Homeຂ່າວຕ່າງປະເທດໄຕ້ຫວັນຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍສະໜັບສະໜູນໃນການແຍກດິນແດນອອກຈາກຈີນ

ໄຕ້ຫວັນຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍສະໜັບສະໜູນໃນການແຍກດິນແດນອອກຈາກຈີນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໄທເປ ສາທາລະນະລັດຈີນ (ໄຕ້ຫວັນ) ເມື່ອວັນທີ 6 ມັງກອນ 2019 ປະທານາທິ ບໍດີ ດີໄຊ່ ອິງ ເຫວິນ ກ່າວເມື່ອວັນເສົາທີ່ຜ່ານມາວ່າ ໃນຂະນະທີ່ລັດຖະບານໄຕ້ຫວັນກຳລັງພະຍາຍາມຢ່າງສຸດຄວາມສາມາດໃນການຮັກສາຄວາມສຳພັນໃຫ້ເປັນໄປຢ່າງສັນຕິ ຫຼີກລ່ຽງການປະເຊີນໜ້າ ແລະ ການສື່ສານທີ່ຜິດພາດ ແລະ ຄາດເຄື່ອນ ແຕ່ທ່າທີຂອງລັດຖະບານຈີນ ກັບ “ບໍ່ມີປະໂຫຍດ” ແລະ ຂັດແຍ້ງກັບຫຼັກການປະຊາທິປະໄຕຂັ້ນພື້ນຖານທີ່ສຸດ.

ດ້ວຍເຫດນີ້ ທ່ານ ນາງ ດີໄຊ່ ອິງ ເຫວິນ ຈິ່ງຫວັງຢ່າງຍິ່ງວ່າ ປະຊາຄົມໂລກຈະເພີ່ມຄວາມສຳຄັນກັບເລື່ອງນີ້ ດ້ວຍການສະໜັບ ສະໜູນໄຕ້ຫວັນຫຼາຍຂຶ້ນ, ຂະນະດຽວກັນ ຜູ້ນຳຂອງໄຕ້ຫວັນຍັງຮຽກຮ້ອງໃຫ້ຈີນ “ທຳຄວາມເຂົ້າໃຈ” ກັບຄວາມຄິດ ແລະ ຄວາມຕ້ອງການຂອງໄຕ້ຫວັນ ເພື່ອຫຼຸດຄວາມເຄັ່ງຮ້ອນຂອງຄວາມສຳພັນຂ້າມຊ່ອງແຄມ (ຄວາມສຳພັນຈີນ-ໄຕ້ຫວັນ)

ທັງນີ້, ປະເດັນດັ່ງກ່າວຖືເປັນໜຶ່ງໃນ “ເລື່ອງອ່ອນໄຫວທີ່່ສຸດ” ສຳລັບຈີນ ໂດຍຄຳຖະແຫຼງຂອງທ່ານ ນາງ ດີໄຊ່ ອິງ ເຫວິນ ມີຂຶ້ນຫຼັງປະທານາທິບໍດີ ສີ ຈິ້ນ ຜິງ ກ່າວເມື່ອອາທິດທີ່ຜ່ານມາວ່າ ຄວາມພະຍາຍາມປະກາດຕົວເປັນອິດສະຫຼະຂອງໄຕ້ຫວັນນັ້ນ “ບໍ່ມີຜົນປະໂຫຍດ” ຢ່າງໃດກໍ່ຕາມ ທ່ານ ສີ ຈິ້ນ ຜິງ ກ່າວວ່າລັດຖະບານຈີນ ມີຄວາມຈິງໃຈຕໍ່ການລວມຄວາມສຳພັນຂ້າມຊ່ອງແຄບ (ຄວາມສຳພັນຈີນ-ໄຕ້ຫວັນ) ໃຫ້ເປັນໜຶ່ງດຽວເພື່ອຜົນປະໂຫຍດຮ່ວມກັນທັງສອງຝ່າຍ ທາງການຈີນພ້ອມໃຊ້ມາດຕະການທາງທະຫານຕໍ່ບາງກຸ່ມຄົນທີ່ພະຍາຍາມປຸກລະດົມແນວຄິດແບ່ງແຍກດິນແດນ ແລະ ເພື່ອປ້ອງກັນການແຊກແຊງຈາກພາຍນອກ ໂດຍຢືນຢັນວ່າມາດຕະການທາງທະຫານຂອງຈີນບໍ່ເຄີຍມຸ່ງເປົ້າໄປທີ່ “ເພື່ອນຮ່ວມຊາດ” ແລະ ຮຽກຮ້ອງໃຫ້ອີກຝ່າຍຍອມຮັບແນວທາງການບໍລິຫານແບບ “ໜຶ່ງປະເທດ ສອງລະບົບ” ຄືແບບຮ່ອງກົງ ແລະ ມາເກົ໊າ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...