spot_img
Homeຂ່າວທ້ອງຖິ່ນກົມລ້ຽງສັດ ຝາກເຖີງຜູ້ລ້ຽງສັດ ໃຫ້ປ້ອງກັນພະຍາດທີ່ອາດຈະເກີດຂຶ້ນໄລຍະອາກາດໜາວ

ກົມລ້ຽງສັດ ຝາກເຖີງຜູ້ລ້ຽງສັດ ໃຫ້ປ້ອງກັນພະຍາດທີ່ອາດຈະເກີດຂຶ້ນໄລຍະອາກາດໜາວ

Published on

ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກໍາ ແລະ ປ່າໄມ້ ຮຽກຮ້ອງໃຫ້ຜູ້ລ້ຽງສັດທົ່ວປະເທດ ໂດຍສະເພາະບັນດາແຂວງພາກເໜືອ ໃຫ້ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດສັດ ທີ່ອາດຈະເກີດຂຶ້ນໃນໄລຍະອາກາດໜາວຢ່າງຕໍ່ເນື່ອງ ເຊິ່ງສາມາດຕິດຕໍ່ຊື້ຢາວັກຊິນປ້ອງກັນພະຍາດສັດ ໄດ້ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງທີ່ຕົນອາໄສຢູ່ ຖ້າອາກາດໜາວຫຼາຍຄວນຂັງສັດໄວ້ໃນຄອກ ຫຼື ວິທີປອດໄພຕ້ອງດັງໄຟເພື່ອໃຫ້ຄວາມອົບອຸ່ນ ແລະ ເອົາວັດຖຸສິ່ງຂອງປົກຫຸ້ມໄວ້ ເພື່ອຮັບປະກັນບໍ່ໃຫ້ມີຜົນເສຍຫາຍແກ່ສັດລ້ຽງທີ່ອາດຈະເກີດຂຶ້ນ.

ທ່ານ ສີທອງ ພິພັກຄະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ໃນໄລຍະທີ່ສະພາບອາກາດຍັງໜາວນີ້, ຜູ້ລ້ຽງສັດຄວນເອົາໃຈໃສ່ປ້ອງກັນພະຍາດທີ່ອາດຈະເກີດຂຶ້ນໃຫ້ຫຼາຍທີ່ສຸດ ຖ້າອາກາດໜາວຫຼາຍ ໂດຍສະເພາະງົວ-ຄວາຍ ຄວນຂັງໄວ້ໃນຄອກ ຫຼື ວິທີປອດໄພຕ້ອງດັງໄຟເພື່ອໃຫ້ຄວາມອົບອຸ່ນ ແລະ ເອົາວັດຖຸສິ່ງຂອງທີ່ສາມາດປົກຫຸ້ມໄວ້ມາຫົ່ມ. ສ່ວນສັດປີກ ຄວນຂັງໄວ້ໃນຄອກ ແລະ ເອົາສິ່ງຫຸ້ມຫໍ່ເພື່ອຮັກສາຄວາມອົບອຸ່ນຕະຫລອດໄລຍະອາກາດໜາວ. ທັງນີ້, ເພື່ອປ້ອງກັນການລະບາດຂອງພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນ ກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ເປີດຂະບວນການສັກຢາປ້ອງກັນພະຍາດສັດ ເນື່ອງໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ 2018. ນອກນີ້, ຍັງໄດ້ສົ່ງວິຊາການຈໍານວນໜຶ່ງເຄື່ອນໄຫວ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງແຕ່ລະທ້ອງຖິ່ນ ລົງຕິດຕາມສະພາບການລ້ຽງສັດຂອງປະຊາຊົນຢ່າງໃກ້ສິດ ພ້ອມທັງໃຫ້ຄໍາແນະນຳດ້ານເຕັກນິກໃນການລ້ຽງສັດ ແລະ ປ້ອງກັນພະຍາດທີ່ອາດຈະເກີດຂຶ້ນໃນແຕ່ລະ ລະດູການຢ່າງຕໍ່ເນື່ອງ.

“ພະຍາດທີ່ມັກເກີດຂຶ້ນໃນໄລຍະອາກາດໜາວ ໂດຍສະເພາະງົວ-ຄວາຍ ເຊັ່ນ: ພະຍາດປາກເປື່ອຍລົງເລັບ, ເຕົ້າໂຮມເລືອດ, ໄຂ້ເລືອດດຳ ແລະ ພະຍາດທ້ອງເບັງ; ໝູເປັນຕົ້ນ: ພະຍາດອະຫິວາ ແລະ ພະຍາດໝູຫູກໍ່າ; ໄກ່ໄດ້ແກ່ ພະຍາດໄຂ້ຫວັດສັດປີກ, ອະຫິວາສັດປີກ ແລະ ພະຍາດນິວຄາເຊິນ ເຊິ່ງປັດຈຸບັນ, ລາວສາມາດຜະລິດຢາວັກແຊັງປ້ອງກັນພະຍາດສັດໄດ້ຫຼາຍຊະນິດຄື: ວັກແຊັງກັນພະຍາດເຕົ້າໂຮມເລືອດງົວ-ຄວາຍ, ອະຫິວາໝູ, ນິວຄາເຊິນ, ອະຫິວາສັດປີກ, ອະຫິວາເປັດ ແລະ ວັກແຊັງກັນພະຍາດຫລອດລົມອັກເສບ ໂດຍສາມາດຜະລິດໄດ້ທັງໝົດ 6.000.000 – 7.000.000 ເຂັມ/ປີ. ຜູ້ລ້ຽງສັດຢູ່ແຕ່ລະທ້ອງຖິ່ນສາມາດຕິດຕໍ່ຊື້ໄດ້ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງທີ່ຕົນອາໄສຢູ່.“, ທ່ານ ສີທອງ ພິພັກຄະວົງກ່າວ .

ໃນໄລຍະຜ່ານມາ, ປະເທດລາວ ເຄີຍປະສົບບັນຫາສະພາບອາກາດໜາວຮ້າຍແຮງສົມຄວນມາແລ້ວຫຼາຍຄັ້ງ ເຊິ່ງຄັ້ງຫຼ້າສຸດເກີດຂຶ້ນໃນໄລຍະທ້າຍເດືອນ ມັງກອນ ຫາຕົ້ນເດືອນ ກຸມພາ ປີ 2016 ຜ່ານມາ. ຍ້ອນອາກາດໜາວຫຼາຍ ເຮັດໃຫ້ບັນດາແຂວງພາກເໜືອປະສົບບັນຫານໍ້າກ້າມ ສົ່ງຜົນໃຫ້ສັດລ້ຽງປະເພດງົວ-ຄວາຍຂອງປະຊາຊົນຕາຍຈຳນວນຫລາຍສົມຄວນ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...