spot_img
Homeຂ່າວພາຍ​ໃນອະນາຄົດ ເຕັກໂນໂລຊີ ອາດຈະທໍານາຍການປ່ຽນແປງຂອງປ່າໄມ້

ອະນາຄົດ ເຕັກໂນໂລຊີ ອາດຈະທໍານາຍການປ່ຽນແປງຂອງປ່າໄມ້

Published on

ທີມນັກວິໄຈ ຈາກນັກວິທະຍາສາດສະຖາບັນ ຊານຕາເຟ ແລະ ມະຫາວິທະຍາໄລ ຄາລິຟໍເນຍ ລອສແອງເຈລິສ ອາເມລິກາ ໄດ້ຮ່ວມກັນວິເຄາະຂໍ້ມູນການສຶກສາລັກສະນາພື້ນທີ່ຂອງປ່າໄມ້ 421 ແຫ່ງທົ່ວໂລກ ລວມເອົາຕົ້ນໄມ້ 55,983 ຕົ້ນ ຈາກ 2,701 ແນວພັນ ໂດຍມີການສໍາຫຼວດຄຸນສົມບັດການເຮັດວຽກທີ່ມີອິດທິພົນຕໍ່ການຈະເລີນເຕີບໂຕຂອງຕົ້ນໄມ້ແຕ່ລະຕົ້ນ ເຊັ່ນ: ຄວາມສູງ, ຄວາມໜາແໜ້ນຂອງເນື້ອໄມ້, ໃບ ແລະ ປະລິມານຂອງກາກບອນ, ໄນໂຕຣເຈນ ແລະ ຟົດສະຟໍຣິກ ທີ່ຢູ່ກັບໃບໄມ້ ເພື່ອຈະກໍານົດສະພາບພູມອາກາດໃນເຂດປ່າໄມ້ເຫຼົ່ານີ້ ພ້ອມກັບວິເຄາະອຸຫະພູມຄວາມກົດດັນທາງອາກາດ ແລະ ຄວາມໄວຂອງລົມ.

ຈາກຜົນການວິໄຈເຜີຍວ່າ ສະພາບພູມອາກາດມີຜົນຕໍ່ລັກສະນະການເຮັດວຽກຂອງປ່າໄມ້ ໂດຍພົບຄວາມແຕກຕ່າງຫຼາຍຢ່າງ ທີ່ອາດຈະສົ່ງຜົນກະທົບຕໍ່ປະສິດທິພາບການຜະລິດ ແລະ ອົງປະກອບຂອງປ່າໄມ້ທົ່ວໂລກ ເຊັ່ນ: ພົບວ່າພື້ນທີ່ຂອງໃບໄມ້ໄດ້ຮັບອິດທິພົນຫຼາຍທີ່ສຸດຈາກຄວາມດັນ ແລະ ອຸນຫະພູມ. ຂະນະທີ່ຄວາມສູງຂອງຕົ້ນໄມ້ ໄດ້ຮັບຜົນກະທົບຈາກຄວາມແປປວນຂອງອຸນຫະພູມເປັນຫຼັກ, ທີ່ສໍາຄັນພົບວ່າປ່າໄມ້ກໍາລັງປ່ຽນແປງລັກສະນະການເຮັດວຽກ ເພື່ອຕອບສະໜອງຕໍ່ກັບພາວະໂລກຮ້ອນ. ທີມນັກວິທະຍາສາດ ຫວັງວ່າຂໍ້ມູນເຫຼົ່ານີ້, ຈະຊ່ວຍໃນການປັບປຸງແບບຈໍາລອງຄອມພີວເຕີ ໃນການຄໍານວນຄວາມສໍາພັນເພື່ອໃຊ້ທໍານາຍປ່າໄມ້ວ່າຈະຕອບສະໜອງຕໍ່ການປ່ຽນແປງສະພາບພູມອາກາດໃນອະນາຄົດຕໍ່ໄປແນວໃດ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...