Homeຂ່າວຕ່າງປະເທດຄະນະມົນຕີຄວາມໝັ້ນຄົງ ສປຊ ລົງມະຕິສະກັດກັ້ນນັກຮົບຕ່າງຊາດໄຫລເຂົ້າອີຣັກ ແລະ ຊີເຣຍ!

ຄະນະມົນຕີຄວາມໝັ້ນຄົງ ສປຊ ລົງມະຕິສະກັດກັ້ນນັກຮົບຕ່າງຊາດໄຫລເຂົ້າອີຣັກ ແລະ ຊີເຣຍ!

Published on

 

ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຜ່ານມະຕິໃຫ້ທຸກປະເທດ ສະກັດກັ້ນບໍ່ໃຫ້ນັກຮົບຕິດອາວຸດຕ່າງຊາດ

ເຂົ້າສູ່ອີຣັກ ແລະ ຊີເຣຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກັນຍານີ້ວ່າ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC)

ໄດ້ເປີດກອງປະຊຸມວາລະພິເສດ ເມື່ອວັນພຸດທີ 24 ກັນຍາ 2014 ຜ່ານມາ ໂດຍມີປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ

ສະຫະລັດອາເມຣິກາ ເປັນປະທານກອງປະຊຸມ ໄດ້ລົງຄະແນນສຽງຢ່າງເປັນເອກະສັນກັນ ຜ່ານມະຕິສະກັດກັ້ນການໄຫລ

ຂອງນັກຮົບຕິດອາວຸດຕ່າງຊາດ ເຂົ້າສູ່ປະເທດອີຣັກ ແລະ ຊີເຣຍ.

 

ມະຕິດັ່ງກ່າວ ຕ້ອງການໃຫ້ທຸກໆປະເທດ ອອກກົດໝາຍກຳນົດໃຫ້ການທີ່ພົນລະເມືອງຂອງປະເທດຕົນເອງ ໄປເຂົ້າ

ຮ່ວມກັບກຸ່ມຕິດອາວຸດ ຢ່າງເຊັ່ນກຸ່ມ IS ແລະ ອື່ນໆ ແມ່ນຖືເປັນຄວາມຜິດທາງອາຍາຮ້າຍແຮງ ເຊິ່ງໂອບາມາກ່າວ

ວ່າ ມະຕິນີ້ຖືເປັນເຫດການສຳຄັນໃນປະຫວັດສາດ.

 

ການປະຊຸມວາລະພິເສດດັ່ງກ່າວ ເກີດຂຶ້ນນັບວ່າເປັນຄັ້ງທີ 6 ໃນປະຫວັດສາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງ

ສະຫະປະຊາຊາດ ທີ່ເປັນການປະຊຸມລະດັບຜູ້ນຳປະເທດ ໂດຍໂອບາມາກ່າວເປີດກອງປະຊຸມດ້ວຍການສະແດງຄວາມ

ເປັນນ້ຳໜຶ່ງໃຈດຽວກັນກັບຝຣັ່ງເສດ ຫລັງຈາກຮູ້ຂ່າວວ່າ ຕົວປະກັນຊາວຝຣັ່ງເສດໃນອານເຊລີ ຖືກກຸ່ມຕິດອາວຸດ

ທີ່ພັກດີກັບກຸ່ມ IS ຂ້າຕັດຄໍ.

 

ທັງນີ້ ຕາມຂໍ້ມູນຂອງໜ່ວຍການຂ່າວສະຫະລັດ ປັດຈຸບັນມີນັກຮົບຕ່າງຊາດຈຳນວນກ່ວາ 15,000 ຄົນ ຈາກ 80 ປະ

ເທດ ເຂົ້າຮ່ວມກັບກຸ່ມຕິດອາວຸດໃນປະເທດຊີເຣຍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...