Homeຂ່າວຕ່າງປະເທດເຈົ້າໜ້າທີ່ຕຳຫຼວດໄຕ້ຫວັນຈັບຕົວຊາວຫວຽດນາມໜີທົວໄດ້ 24 ຄົນ! ເຫຼືອ 124 ຄົນທີ່ຍັງຫຼົບໜີ

ເຈົ້າໜ້າທີ່ຕຳຫຼວດໄຕ້ຫວັນຈັບຕົວຊາວຫວຽດນາມໜີທົວໄດ້ 24 ຄົນ! ເຫຼືອ 124 ຄົນທີ່ຍັງຫຼົບໜີ

Published on

ຈາກຂໍ້ມູນຂອງສຳນັກງານຕຳຫຼວດກວດຄົນເຂົ້າເມືອງຂອງໄຕ້ຫວັນ ລາຍງານວ່າ ຊາວຫວຽດນາມທັງໝົດ 152 ຄົນເດີນທາງເຂົ້າມາເມືອງ ເກົາສົງ ໃນລະຫວ່າງວັນທີ 21 ແລະ 23 ທັນວາ 2018 ດ້ວຍວີຊ່ານັກທ່ອງທ່ຽວ ໃນຮູບແບບນັກທ່ອງທ່ຽວເປັນໝູ່ຄະນະ ແລະ ໜີຫາຍໄປ ຫຼັງຈາກແຈ້ງເຂົ້າພັກໃນໂຮງແຮມ 2 ແຫ່ງໃນເມືອງດັ່ງກ່າວ, ຕໍ່ມາເຈົ້າໜ້າທີ່ຕຳຫຼວດສາມາດຕິດຕໍ່ 1 ຄົນໃນຈຳນວນຜູ້ຫຼົບໜີ ແລະ ອີກ 3 ຄົນໄດ້ເດີນທາງອອກຈາກໄຕ້ຫວັນຕັ້ງແຕ່ວັນທີ 25 ທັນວາ 2018 ທີ່ຜ່ານມາ.

ຈາກຊາວຫວຽດນາມ 148 ຄົນທີ່ຍັງເຫຼືອ, ປັດຈຸບັນເຈົ້າໜ້າທີ່ຕຳຫຼວດໄຕ້ຫວັນສາມາດຈັບກຸມຕົວຊາວຫວຽດທີ່ຫຼົບໜີໄດ້ແລ້ວ 24 ຄົນ ແລະ ທີ່ເຫຼືອ 124 ຄົນ ແມ່ນທາງເຈົ້າໜ້າທີ່ກຳລັງເລັ່ງຕາມຫາ ເຊິ່ງຄາດວ່າຍັງຫຼົບຊ່ອນໃນໄຕ້ຫວັນ.

ເຈົ້າໜ້າທີ່ໄດ້ແຈ້ງໄປທີ່ຊຸມຊົນຊາວຫວຽດນາມໃນໄຕ້ຫວັນ ໃຫ້ບອກກຸ່ມຄົນທີ່ຫຼົບໜີຈາກກຣຸບທົວ ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່ ເພື່ອຈະໄດ້ຮັບການປະຕິບັດແບບຜ່ອນໜັກເປັນເບົາ ແລະ ສົ່ງຕົວກັບຫວຽດນາມໂດຍໄວ.

ຜູ້ທີ່ເດີນທາງເຂົ້າສູ່ໄຕ້ຫວັນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຈະຖືກລົງໂທດຈຳຄຸກບໍ່ເກີນ 3 ປີ ແລະ ປັບບໍ່ເກີນ 90.000 ໂດລາໄຕ້ຫວັນ ສ່ວນຜູ້ທີ່ໃຫ້ທີ່ພັກອາໄສແກ່ຜູ້ຫຼົບໜີເຂົ້າເມືອງ ກົດໝາຍກຳນົດໂທດຈຳຄຸກບໍ່ເກີນ 2 ປີ.

ອ່ານຂ່າວທີ່ກ່ຽວຂ້ອງຍ້ອນຫຼັງທີ່ລິ້ງ: ໄຕ້ຫວັນເລັ່ງຕິດຕາມຄົ້ນຫານັກທ່ອງທ່ຽວຊາວຫວຽດນາມ 152 ຄົນໜີທົວ

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews, today.line.me

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...