spot_img
Homeຂ່າວທ້ອງຖິ່ນລັດວາງ 7 ຂໍ້ກໍານົດ ຫວັງແກ້ໄຂການຂາຍເຄື່ອງຊະຊາຍ

ລັດວາງ 7 ຂໍ້ກໍານົດ ຫວັງແກ້ໄຂການຂາຍເຄື່ອງຊະຊາຍ

Published on

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາຄວາມເປັນລະບຽບຂອງແມ່ຄ້າຊາວຂາຍຕາມເມືອງຕ່າງໆ ຜ່ານການກວດກາຍັງພົບເຫັນການຂາຍເຄື່ອງຊະຊາຍ ໃນ 5 ຕົວເມືອງມີ 320 ກວ່າຮ້ານ, ສ່ວນໃຫຍ່ຂາຍຕາມແຄມທາງ ແລະ ໃກ້ໂຮງງານຕັດຫຍິບ ເນື່ອງຈາກຊາວຄ້າຂາຍຍັງມີການລະເມີດ, ບໍ່ປະຕິບັດຕາມລະບຽບການ ແລະ ເວລາເຈົ້າໜ້າທີ່ບໍ່ຢູ່ກໍ່ກັບມາຂາຍຄືເກົ່າ ໂດຍສະເພາະເວລານອກໂມງການ, ວັນເສົາ ແລະ ວັນອາທິດ. ຕາມແຜນການແກ້ໄຂໃນປີ 2019 ໄດ້ເນັ້ນປະຕິບັດ 7 ຂໍ້ກໍານົດ ແລະ 4 ມາດຕະຖານ ເພື່ອແກ້ໄຂການຂາຍເຄື່ອງຊະຊາຍ.

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນທ້າຍປີ 2018 ຜ່ານມາວ່າ: ອີງຕາມຂໍ້ຕົກລົງ ສະບັບເລກທີ 1184/ຈນວ, ລົງວັນທີ 20 ທັນວາ 2017, ມາດຕາ 7 ຂົງເຂດການຄ້າຈະຈັດສັນສະເພາະພາຍໃນຕະຫຼາດ, ຮ້ານຄ້າທີ່ໄດ້ຮັບອະນຸຍາດ, ບໍ່ໃຫ້ວາງຂາຍຊະຊາຍ ແລະ ວາງສິນຄ້າອອກມາເກີນຂອບເຂດ. ຈາກການລົງກວດກາໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ, ໄຊທານີ ແລະ ສີສັດຕະນາກ ຍັງເຫັນມີການຂາຍເຄື່ອງຊະຊາຍຈໍານວນ 324 ຮ້ານ/ຄົນ, ແກ້ໄຂແລ້ວ 88 ຮ້ານ/ຄົນ ແລະ ຍັງ 236 ຮ້ານ/ຄົນ; ສ່ວນຫຼາຍຢູ່ຕາມແຄມທາງ, ເຂດໂຮງງານຕັດຫຍິບ, ບໍລິເວນສວນເຈົ້າອານຸວົງ ຕາມສັງລວມເບິ່ງແລ້ວການແກ້ໄຂບັນຫາດັ່ງກ່າວເຮັດຢ່າງຕັ້ງໜ້າ ແຕ່ຊາວຄ້າຂາຍຍັງມີການລະເມີດ, ບໍ່ປະຕິບັດຕາມລະບຽບການ ເຊັ່ນ: ເວລາເຈົ້າໜ້າທີ່ບໍ່ຢູ່ກໍ່ກັບມາຂາຍຄືເກົ່າ ໂດຍສະເພາະເວລານອກໂມງການ, ວັນເສົາ ແລະ ວັນອາທິດ.

ສໍາລັບມາດຕະການການຈັດຕັ້ງປະຕິບັດໃນປີ 2019 ໃນການແກ້ໄຂບັນຫາດັ່ງກ່າວ ໂດຍອີງຕາມມະຕິຕົກລົງກອງປະຊຸມອົງການປົກຄອງ ສະບັບເລກທີ 09, ລົງວັນທີ 17 ທັນວາ 2018 ມີດັ່ງນີ້:

  1. ຄົ້ນຄວ້າປັບປຸງລະບຽບ ວ່າດ້ວຍການຈັດສັນຕະຫຼາດ ສະບັບເລກທີ 0348/ນວຈ, ລົງວັນທີ 19 ເມສາ 2010 ໂດຍແຍກໃຫ້ລະອຽດເປັນ 2 ເຂດຄື: ຕະຫຼາດໃນເທສະບານ ແລະ ຕະຫຼາດຊານເມືອງ. ສໍາລັບຕະຫຼາດໃນເທສະບານ ແນ່ໃສ່ຫັນທ່າອ່ຽງໃຫ້ທັນສະໄໝດ້ານບໍລິການ, ກໍານົດຕາມມາດຕະຖານຕະຫຼາດຂອງບັນດາປະເທດອາຊຽນ, ວາງມາດຕະຖານສູງ ແລະ ທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ, ບໍ່ໃຫ້ຈອດລົດຕັນທາງ ແລະ ໃຫ້ຫ່າງອອກຈາກແຄມທາງເຂົ້າໄປ, ໃຫ້ຖືບັນຊີ, ນໍາໃຊ້ເຄື່ອງທັນສະໄໝ ແລະ ກໍານົດນະໂຍບາຍ. ສ່ວນຕະຫຼາດຊານເມືອງກໍບໍ່ຈໍາເປັນມີມາດຕະຖານສູງ ແຕ່ຈະອີງໃສ່ຫຼັກການຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມປອດໄພໄດ້;
  2. ຊຸກຍູ້ບັນດາຕະຫຼາດໃນການສ້າງຕັ້ງກຸ່ມທຸລະກິດຈັດສັນຕະຫຼາດ, ຈະຄົ້ນຄວ້າຊື່ໃໝ່ໃຫ້ເປັນໄປຕາມກົດໝາຍ;
  3. ພາຍຫຼັງປັບປຸງກົດລະບຽບ ສະບັບປັບປຸງສໍາເລັດ ແລະ ຮອງຮັບແລ້ວ ຈະມີການຈັດສໍາມະນາຮ່ວມກັບແຕ່ລະຂະແໜງການ ແລະ ບັນດາຫ້າງສັບພະສິນຄ້າ, ຊຸບເປີມາເກັດ, ເຈົ້າຂອງຕະຫຼາດ ເພື່ອໃຫ້ນໍາໃຊ້-ຈັດຕັ້ງປະຕິບັດໄດ້;
  4. ອອກແຈ້ງການເຖິງເຈົ້າຂອງຕະຫຼາດ ກ່ຽວກັບໂມງເປີດ-ປິດຕະຫຼາດ ໃຫ້ຄຸ້ມຄອງໄດ້ເປັນຕົ້ນ: ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ;
  5. ຄົ້ນຄວ້ານິຕິກໍາວ່າດ້ວຍຂັ້ນຄຸ້ມຄອງລະຫວ່າງ ນະຄອນຫຼວງວຽງຈັນ, ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
  6. ສືບຕໍ່ຊຸກຍູ້ການແກ້ໄຂບັນຫາອື່ນໆ ຫຼື ຂໍ້ຂັດແຍ່ງລະຫວ່າງຕະຫຼາດ ຕາມມະຕິຕົກລົງຂອງອົງການປົກຄອງ ນະຄອນຫຼວງວຽງຈັນ, ຂັ້ນໃດຮັບຜິດຊອບມອບໃຫ້ຂັ້ນນັ້ນເປັນຜູ້ຕັດສິນຊີ້ຂາດ;
  7. ສືບຕໍ່ຊຸກຍູ້ໃຫ້ຄະນະຄຸ້ມຄອງຕະຫຼາດຂັ້ນເມືອງຈັດສັນຕະຫຼາດເປົ້າໝາຍຂອງເມືອງ ໃຫ້ເປັນຕະຫຼາດມາດຕະຖານຢ່າງໜ້ອຍ 2 ແຫ່ງຢູ່ເມືອງ ໄຊເສດຖາ ແລະ ສີສັດຕະນາກ.

ພ້ອມນັ້ນ, ຈະມີການຈັດຕັ້ງປະຕິບັດ 4 ມາດຕະຖານຄື:

  1. ສໍາມະນາໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດຈັດສັນຕະຫຼາດ, ສູນການຄ້າ, ຮ້ານສັບພະສິນຄ້າໃຫ້ຮັບຮູ້ເຂົ້າໃຈຕໍ່ແຜນການພັດທະນາ ຕາມທິດຫັນເປັນທັນສະໄໝມີຄວາມຢືນຍົງ;
  2. ອອກນິຕິກໍາການຄຸ້ມຄອງຕະຫຼາດ, ການຂາຍເຄື່ອງຊະຊາຍ ເພື່ອເປັນບ່ອນອີງໃນການຫັນເອົາຊາວຄ້າຂາຍຊະຊາຍເຂົ້າໄປຢູ່ໃນຮ້ານສັບພະສິນຄ້າ;
  3. ຕ້ອງແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງໃຫ້ຈະແຈ້ງ, ຊັດເຈນ, ຂັ້ນໃດເປັນຜູ້ອະນຸຍາດໃຫ້ຂັ້ນນັ້ນເປັນຜູ້ຄຸ້ມຄອງຊີ້ຂາດ ເພື່ອຫຼີກລ່ຽງການໂຍນຄວາມຮັບຜິດຊອບ;
  4. ເພີ່ມທະວີການຕິດຕາມກວດກາປະເມີນຜົນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາການຂາຍເຄື່ອງຊະຊາຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...