spot_img
Homeຂ່າວຕ່າງປະເທດພະຍຸ "ປາບຶກ" ເຂົ້າພາກໃຕ້ ອ່າວໄທ ມື້ນີ້

ພະຍຸ “ປາບຶກ” ເຂົ້າພາກໃຕ້ ອ່າວໄທ ມື້ນີ້

Published on

ອຸຕຸໄທ ເຕືອນພາຍຸ “ປາບຶກ” ຈະເຄື່ອນດ້ວຍຄວາມໄວສູງສຸດໃກ້ສູນກາງປະມານ 65 ກິໂລແມັດ/ຊົ່ວໂມງ ຈະເຂົ້າອ່າວໄທມື້ນີ້ ເຮັດໃຫ້ພາກໃຕ້ທາງຕາເວັນອອກຂອງໄທ ມີຝົນຕົກໜັກ. ສ່ວນບໍລິເວນ ອ່າວໄທ ຕອນລຸ່ມຈະມີຄື້ນຂຶ້ນສູງ 3-5 ແມັດ ຊາວເຮືອຄວນອອກເຮືອດ້ວຍຄວາມລະມັດລະວັງ. ສໍາລັບຊາວເຮືອບໍລິເວນອ່າວໄທ ຄວນງົດອອກຈາກຝັ່ງຈົນເຖິງວັນທີ 5 ມັງກອນ 2019.

ລັກສະນະສໍາຄັນທາງອຸຕຸນິຍົມວິທະຍາພາຍຸເຂດຮ້ອນ “ປາບຶກ” (PABOUK) ບໍລິເວນທະເລຈີນຕອນໃຕ້ ມີຄວາມໄວຂອງລົມສູງສຸດໃກ້ເສັ້ນສູນສູດປະມານ 65 ກິໂລແມັດ/ຊົ່ວໂມງ. ພາຍຸນີ້ກໍາລັງເຄື່ອນຕົວຈາກທາງທິດຕະເວັນອອກແບບຊ້າໆ ຄາດວ່າຈະເຄື່ອນຜ່ານປາຍແຫຼມຢວນ ແລະ ເຄື່ອນລົງອ່າວໄທ ໃນວັນທີ 2 ມັງກອນ 2019 ແລະ ຈະເຄື່ອນຂຶ້ນຝັ່ງບໍລິເວນຮອຍຕໍ່ລະຫວ່າງ ແຂວງ ຊຸມພອນ ແລະ ສຸລາດທານີ ໃນຕອນຄໍ່າຂອງວັນທີ 4 ມັງກອນ 2019 ໂດຍທາງພາກໃຕ້ຂອງຈະໄດ້ຮັບຜົນກະທົບໃນລະຫວ່າງວັນທີ 3-5 ມັງກອນນີ້ ເຮັດໃຫ້ພື້ນທີ່ດັ່ງກ່າວມີຝົນເພີ່ມຂຶ້ນ ແລະ ຕົກໜັກໃນບາງແຫ່ງ. ໂດຍທາງກົມອຸຕຸນີຍົມ ໄທ ກ່າວແຈ້ງເຕືອນໃຫ້ປະຊາຊົນໃນບໍລິເວນດັ່ງກ່າວລະວັງຕົວ ເພາະອາດໄດ້ຮັບອັນຕະລາຍຈາກຝົນຕົກໜັກຫາໜັກຫຼາຍ ເຊິ່ງຈະເຮັດໃຫ້ເກີດນໍ້າຖ້ວມ ແລະ ນໍ້າປ່າໄຫຼຫຼາກ, ສ່ວນຄື່ນລົມບໍລິເວນອ່າວໄທຍ ແລະ ທະເລອັນດາມັນມີກໍາລັງແຮງ.

ພາຍຫຼັງປະຊາຊົນພາກໃຕ້ທາງຕາເວັນອອກ, ເຂດອ່າວໄທ ແລະ ຢູ່ຕິດກັບແຄມທະເລ ໄດ້ຮັບຂ່າວ ຈາກອຸຕຸ ໄທ ກ່ຽວກັບພາຍຸ “ປາບຶກ” ກໍມີການອົບພະຍົບ, ເກັບເຂົ້າຂອງເຄື່ອງໃຊ້ອອກຈາກພື້ນທີ່ໄທຢູ່ເຂດທີ່ບ່ອນໄພແລ້ວ ພ້ອມທັງກະກຽມອຸປະກອນຕ່າງໆ ເພື່ອຮັບມືກັບພາຍຸ ແລະ ຖ້າຫາກເກີດຄື້ນໃຫຍ່ທະເລຊັດເຂົ້າມາ ກໍພ້ອມທີ່ຈະອົບພະຍົບອອກຈາກພື້ນທີ່ທັນທີ. ຂະນະທີ່, ຄວາມກົດດັນອາກາດສູງກໍາລັງແຮງຍັງປົກຄຸມບໍລິເວນພາກເໜືອ ປະເທດໄທ ເຮັດໃຫ້ມີອາກາດໜາວເຢັນໂດຍທົ່ວໄປກັບມີລົມແຮງ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th, thairath.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...