Homeຂ່າວທ້ອງຖິ່ນເລື່ອນການຂຶ້ນທະບຽນດຳເນີນທຸລະກິດໄປຕົ້ນເດືອນໜ້າ

ເລື່ອນການຂຶ້ນທະບຽນດຳເນີນທຸລະກິດໄປຕົ້ນເດືອນໜ້າ

Published on

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 3323/ຫອຄ.ກທຄວ, ລົງວັນທີ 25 ທັນວາ 2018 ເຖິງບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ.

ເພື່ອສ້າງເງື່ອນໄຂຄວາມພ້ອມ ໃນໄລຍະລໍຖ້າການປະກາດໃຊ້ບັນຊີຄວບຄຸມ ແລະ ການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍວິສາຫະກິດ ທັງເພື່ອຮັບປະກັນປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດ ຕາມຄຳສັ່ງເລກທີ 02/ນຍ, ຫ້ອງການ, ກະຊວງອຸດສະຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ຂໍຄວາມຮ່ວມມືໃນການຈັດຕັ້ງປະຕິບັດດັ່ງນີ້:

  1. ເລື່ອນການເລີ່ມປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກໃບອະນຸຍາດລົງທຶນ ຫຼື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງ, ສະບັບເລກທີ 02/ນຍ ຈາກວັນທີ 1 ມັງກອນ 2019 ຕາມທີ່ບົ່ງໄວ້ໃນແຈ້ງການ, ເລກທີ 2009/ຫຄອ.ກທຄວ, ລົງວັນທີ 22 ສິງຫາ 2018 ມາເປັນວັນທີ 1 ກຸມພາ 2019.
  2. ໃນໄລຍະແຕ່ນີ້ ຫາວັນທີ 1 ກຸມພາ 2019 ໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕາມປົກກະຕິ ແຕ່ໃຫ້ມີຄວາມສະດວກ ວ່ອງໄວຍິ່ງຂຶ້ນ, ໃນນີ້:
  • ຂໍຄວາມຮ່ວມມືຈາກບັນດາກົມ ຫຼື ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງກະຊວງ, ທະບວງກົມ ສ້າງ ຫຼື ປັບປຸງນິຕິກຳການພິຈາລະນາ ແລະ ການແບ່ງຂັ້ນຄຸ້ມຄອງການອອກອະນຸຍາດດຳເນີນທຸລະກິດ, ພ້ອມທັງຄົ້ນຄວ້າບັນຊີກິດຈະການຕ້ອງຂໍອະນຸຍາດ ແລະ ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດໂດຍໄວ;
  • ໃຫ້ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງລາຍງານອຳນາດການປົກຄອງທ້ອງຖິ່ນຂອງຕົນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດ ຕາມເນື້ອໃນ ຈິດໃຈຄຳສັ່ງຂອງນາຍົກດັ່ງກ່າວ ໃຫ້ບັນລຸຜົນ ຕາມຄາດໝາຍທີ່ວາງໄວ້ ໃນກໍລະນີມີບັນຫາໃຫ້ພົວພັນກັບກະຊວງອຸດສາຫະກຳ ແລະ ການຄ້າ (ກົມທະບຽນ ແລະ ການຄຸ້ມຄອງວິສາຫະກິດ).

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...