spot_img
Homeຂ່າວພາຍ​ໃນຈີນ ເປີດໃຊ້ກົດໝາຍເອເລັກໂຕຣນິກ ຄັ້ງທໍາອິດ

ຈີນ ເປີດໃຊ້ກົດໝາຍເອເລັກໂຕຣນິກ ຄັ້ງທໍາອິດ

Published on

ສປ ຈີນ ເລີ່ມໃຊ້ກົດໝາຍເອເລັກໂຕຣນິກ ສະບັບທໍາອິດຕັ້ງແຕ່ວັນທີ 1 ມັງກອນ ເປັນຕົ້ນໄປ ເພື່ອຈັດລະບຽບດ້ານທຸລະກິດການຄ້າແບບເອເລັກໂຕຣນິກ (ອອນລາຍ) ຂອງຈີນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ພ້ອມທັງສັ່ງຜູ້ຂາຍອອນລາຍຫ້າມໃຊ້ວິທີການທີ່ບໍ່ເໝາະສົມກັບລູກຄ້າ ຫາກມີການລະເມີດຈະຖືກປັບ 2 ລ້ານຢວນ (ປະມານ 2.462 ລ້ານກີບ).

ກົດໝາຍດັ່ງກ່າວ ໄດ້ສ້າງຂຶ້ນມາເພື່ອຄຸ້ມຄອງສິດທິຂອງຜູ້ບໍລິໂພກທີ່ເປັນໝາກຫົວໃຈສໍາຄັນ ເຮັດໃຫ້ຜູ້ທີ່ຈະຊື້ມີຄວາມໝັ້ນໃຈໃນການສັ່ງຊື້ສິນຄ້າທາງອອນລາຍຫຼາຍຂຶ້ນ. ນອກນີ້, ກົດໝາຍໃໝ່ຍັງບໍ່ອະນຸຍາດໃຫ້ຜູ້ຂາຍໃຊ້ວິທີບໍ່ເໝາະສົມ ເຊັ່ນ: ລົບຂໍ້ຄວາມວິຈານຂອງລູກຄ້າ ແລະ ຍົກເລີກຄໍາສັ່ງຊື້ຕາມໃຈ. ຜູ້ຂາຍກ່ຽວກັບທຸລະກິດອອນລາຍໃນຮູບແບບຕ່າງໆ ລວມທັງທາງວີແຊັດ, ເວັບໄຊສ໌, ຂາຍຜ່ານການຖ່າຍທອດສົດ ແລະ ອື່ນໆ ຈະຕ້ອງລົງທະບຽນເຮັດທຸລະກິດກ່ອນ ພ້ອມທັງມີໃບປະກອບການຈ່າຍພາສີອາກອນຢ່າງຖືກຕ້ອງ ແລະ ຕ້ອງມີຄວາມຮັບຜິດຊອບໃນກໍລະນີພົບສິນຄ້າປອມ. ສໍາລັບຜູ້ໃດຫາກຝ່າຝືນລະບຽບກົດໝາຍເອເລັກໂຕຣນິກ ຈະຖືກປັບໃໝສູງສຸດ 2 ລ້ານຍວນ.

ສປ ຈີນ ໄດ້ເລີ່ມພິຈາລະນາຮ່າງກົດໝາຍວ່າດ້ວຍເອເລັກໂຕຣນິກ ມາແຕ່ປີ 2013 ໂດຍມີການປັບປຸງພັດທະນາເນື້ອໃນຊ່ວງປີຜ່ານມາ ແລະ ໄດ້ຮັບການອະນຸມັດຈາກສະພາ ໃນເດືອນ ສິງຫາ ປີຜ່ານມາ ແລະ ມີຜົນບັງຄັບໃຊ້ເລີ່ມແຕ່ຕົ້ນປີນີ້ໄປ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: tnamcot.com

ຮູບພາບຈາກ: thaibiz.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...