Homeຂ່າວຕ່າງປະເທດເດັກຊາຍອາຍຸ 11 ເດືອນລອດຊີວິດປະຕິຫານໃນເຫດການຕຶກຖະລົ່ມ

ເດັກຊາຍອາຍຸ 11 ເດືອນລອດຊີວິດປະຕິຫານໃນເຫດການຕຶກຖະລົ່ມ

Published on

ຈາກເຫດການແກ໊ສລະເບີດສົ່ງຜົນໃຫ້ໃຫ້ອາພາດເມັ້ນສູງ 10 ຊັ້ນພັງລົງມາ ເມື່ອວັນທີ 31 ທັນວາ 2018 ທີ່ຜ່ານມາ ເຊິ່ງປັດຈຸບັນທາງເຈົ້າໜ້າທີ່ກູ້ໄພໄດ້ພົບຮ່າງຜູ້ເສຍຊີວິດ 8 ສົບ ແຕ່ຄາດວ່າອາດມີຍອດຜູ້ເສຍຊີວິດເພີ່ມຂຶ້ນເນື່ອງຈາກຍັງມີຜູ້ສູນຫາຍອີກ 36 ຄົນ.

ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 1 ມັງກອນ 2019 ວ່າ ເຈົ້າໜ້າທີ່ກູ້ໄພໃນເມືອງ ແມກນິໂຕກຣອສ ປະເທດຣັດເຊຍ ພົບເດັກນ້ອຍອາຍຸ 11 ເດືອນລອດຊີວິດຢູ່ພາຍໃຕ້ຊາກຫັກພັງຂອງອາຄານ ໂດຍເດັກນ້ອຍຄົນນີ້ຢູ່ໃນອາການບາດເຈັບສາຫັດ.

ຕາມການເປີດເຜີຍຂອງຜູ້ປົກຄອງແຄວ້ນເຊລຍາບິນສ໌ ເຈົ້າໜ້າທີ່ກູ້ໄພໄດ້ຍິນສຽງເດັກນ້ອຍໄຫ້ລະຫວ່າງຂຸດຄົ້ນຊາກຫັກພັງຂອງອາຄານກ່ອນຈະພົບກັບເດັກນ້ອຍເພດຊາຍ ເຊິ່ງຮູ້ຊື່ໃນເວລາຕໍ່ມາວ່າ “ອີວານ” ໂດຍເດັກນ້ອຍມີບາດແຜຈາກຫິມະກັດຮຸນແຮງ ເນື່ອງຈາກອຸນຫະພູມໃນຊ່ວງກາງເວັນມີອຸນຫະພູມ -17 ອົງສາ, ລວມເຖິງມີບາດແຜທີ່ຫົວ ແລະ ກະດູກຂາຫັກ ຕອນນີ້ເດັກຊາຍອີວານໄດ້ຖືກສົ່ງໄປຮັກສາຕົວທີ່ໂຮງໝໍໃນນະຄອນຫຼວງ ມອສໂກຮຽບຮ້ອຍແລ້ວ.

ຂະນະທີ່ກະຊວງສະຖານະການສຸກເສີນຂອງຣັດເຊຍລະບຸວ່າ ແມ່ຂອງເດັກຊາຍ ອີວານ ເປັນໜຶ່ງໃນຜູ້ລອດຊີວິດຈາກເຫດການຄັ້ງນີ້ ໄດ້ເດີນທາງໄປຢ້ຽມຢາມລູກຊາຍທີ່ໂຮງໝໍແລ້ວ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews, thairath, matichon

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...