Homeຂ່າວພາຍ​ໃນ ຮອດປີ 2015 ຈະສູ້ຊົນຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ

ຮອດປີ 2015 ຈະສູ້ຊົນຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ

Published on

 

ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ໃນວັນທີ 22 ກັນຍານີ້ວ່າ: ເພື່ອຮັບປະກັນ

ບັນດາຄາດໝາຍການຜະລິດເຂົ້າໃຫ້ໄດ້ນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ໄດ້ດຳເນີນການຈັດຕັ້ງຜັນຂະຫຍາຍບັນດາ

ແຜນງານ, ໂຄງການຕາມທ່າແຮງບົ່ມຊ້ອນຂອງເຂດແຄວ້ນທາງດ້ານກະສິກຳ ໂດຍສຸມໃສ່ 7 ທົ່ງພຽງບູລິມະສິດ, ພ້ອມ

ທັງເອົາໃຈໃສ່ພັດທະນາບັນດາທົ່ງພຽງນ້ອຍທາງພາກເໜືອ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ

ແລະ ການສົ່ງອອກນັ້ນ ຍັງຈະຕ້ອງໄດ້ສົ່ງເສີມການກະສິກຳແບບປະສົມປະສານ, ກະສິກຳສະອາດ ແລະ ກະສິກຳປອດ

ສານພິດອີກດ້ວຍ.

 

ໃນຫລາຍປີຜ່ານມາ, ຂະບວນການຜະລິດ ໄດ້ມີການປ່ຽນແປງດີຂຶ້ນຢ່າງຕັ້ງໜ້າ, ປະຊາຊົນມີຄວາມກະຕືລືລົ້ນ, ຕື່ນຕົວ

ແລະ ເປັນເຈົ້າການຫລາຍຂຶ້ນ, ກະສິກອນສ່ວນຫລາຍຫັນມານຳໃຊ້ແນວພັນປັບປຸງເປັນຂະບວນການເພີ່ມຂຶ້ນ, ມີການ

ນຳໃຊ້ກົນຈັກເຂົ້າໃນການຜະລິດ (ກະກຽມດິນ, ຄາດໄຖ ແລະ ປັກດຳ) ເພີ່ມຂຶ້ນ, ນອກຈາກນັ້ນຍັງມີການອົບຮົມ ທາງ

ດ້ານເຕັກນິກວິຊາການຢ່າງເປັນຂະບວນກວ້າງຂວາງ ບວກກັບການຊ່ວຍເຫລືອຢ່າງໃກ້ຊິດຂອງບັນດາພະນັກງານວິຊາ

ການຂອງຂະແໜງການຢູ່ທ້ອງຖິ່ນ.

 

ນອກຈາກການສູ້ຊົນຜະລິດເຂົ້າໃຫ້ບັນລຸຕາມແຜນການແລ້ວ, ຮອດປີ 2015 ຂະແໜງການກ່ຽວຂ້ອງຈະສູ້ຊົນຜະລິດ

ຊີ້ນໃຫ້ໄດ້ 221,5 ພັນໂຕນຕໍ່ປີ, ຜະລິດສັດນ້ຳ (ປາ, ກົບ, ກຸ້ງ…) ໃຫ້ໄດ້ 157,2 ພັນໂຕນຕໍ່ປີ, ຂະນະດຽວກັນກໍເລັ່ງພັດທະ

ນາປ່າໄມ້ ດ້ວຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65%; ຟື້ນຟູປ່າທຳມະຊາດໃຫ້ໄດ້ 3,9 ລ້ານເຮັກຕາ ແລະ ປູກໄມ້

ໃຫ້ໄດ້ 2 ແສນເຮັກຕາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...