spot_img
Homeຂ່າວຕ່າງປະເທດສຸດຍອດແຫ່ງການຄົ້ນຄິດ ນະວັດຕະກໍາເຕັກໂນໂລຊີ ປີ 2018

ສຸດຍອດແຫ່ງການຄົ້ນຄິດ ນະວັດຕະກໍາເຕັກໂນໂລຊີ ປີ 2018

Published on

ປີ 2018 ນັບເປັນອີກ 1 ປີ ທີ່ມີຄວາມເປັນເລີດທາງດ້ານນະວັດຕະກໍາເຕັກໂນໂລຊີ ທີ່ເປັນອັນດັບຕົ້ນໆໂດດເດັ່ນ ເຊິ່ງຕ້ອງເລີ່ມຈາກທີມວິໄຈຈາກ ສະຖາບັນເຕັກໂນໂລຊີ ແມສຊາຊູເຊັດ ໃນສະຫະລັດອາເມລິກາ ໄດ້ສ້າງເຄື່ອງບິນຕົ້ນແບບທີ່ບໍ່ມີເຄື່ອງຍົນອາຍພົ່ນ ແລະ ໃບພັດ ໂດຍໃຊ້ພະລັງງານຈາກ ໄອອໍນິກ (Ionic Wind) ສໍາລັບການບິນຜ່ານອາກາດໄດ້ດົນພໍສົມຄວນ ຖືເປັນການເປີດປະຕູສູ່ການພັດທະນາຂອງແວດວົງການບິນທີ່ໜ້າຈັບຕາ.

ດ້ານທີມວິສະວະກອນ ຈາກມະຫາວິທະຍາໄລ ເພນຊິລເວເນຍ ສະເຕດ ກໍ່ໄດ້ສ້າງແບັດເຕີຣີ ທີ່ເກີດຄວາມຮ້ອນດ້ວຍຕົນເອງ, ສາມາດສາກພະລັງງານດ້ວຍຕົນເອງໄດ້ຢ່າງວ່ອງໄວໃນທຸກສະພາບອາກາດ, ສາມາດນໍາໄປໃຊ້ກັບນະວັດຕະກໍາລົດໄຟຟ້າ; ສ່ວນສະຖາບັນຄອມພີວເຕີດ້ານຄວອນຕໍາ ມະຫາວິທະຍາໄລ ວໍເຕີລູ ຮ່ວມກັບ IBM ໄດ້ພິສູດຈົນຂໍ້ໄດ້ປຽບຂອງຄອມພິວເຕີ ເຮັດໃຫ້ແຂງແກ່ນທຽບເທົ່າກັບໂລຫະປະສົມໄທທານຽມ ແຕ່ມີນໍ້າໜັກເບົາ ແລະ ລາຄາຖືກກວ່າ; ດ້ານທີມວິສະວະກອນຈາກສະຖາບັນ ແຄລເທັກ (CalTech) ກໍພັດທະນາ ໂດຣນ ເພື່ອໄວ້ແກ້ບັນຫາຝູງນົກຫຼາຍຮ້ອຍໂຕໃຫ້ຢູ່ຫ່າງຈາກສະໜາມບິນ.

ນອກນັ້ນ, ທີມນັກວິໄຈ ຈາກສະຖານບັນ ເຕັກໂນໂລຊີ ເມລເບີນ ໃນອົດສະຕຣາລີ ໄດ້ພັດທະນາແບບອັກສອນພິມ ເພື່ອຊ່ວຍໃຫ້ມະນຸດຈື່ຈໍາສິ່ງທີ່ອ່ານໄດ້ດີຂຶ້ນ ແລະ ວິໄຈໂປຣຕອນ ແບັດເຕີລີທີ່ສາກໃໝ່ໄດ້ ແລະ ເກັບພະລັງງານໄດ້ຫຼາຍກວ່າແບັດເຕີລີ ຣຽມໄອອອນ ເຊິ່ງຈະປ່ຽນວິທີການໃຊ້ງານກັບອຸປະກອນຕ່າງໆ ທັງເປັນມິດກັບສິ່ງແວດລ້ອມ.

ທີມນັກວິໄຈຂອງ ກູເກີລ ກໍໄດ້ສ້າງປັດຊະຍາ ທໍານາຍໂລກຫົວໃຈຈາກຫຼອດເລືອດຈໍປະສາດຕ ໄດ້ຢ່າງກົງຈຸດກວ່າການກວດເລືອດເຖິງ 70%; ທີມມະຫາວິທະຍາໄລ ຄາລິຟໍເນຍ ເດວິສ ກໍພັດທະນາເຄື່ອງມືກວດສອບຂ່າວລືຜ່ານທາງມີເດຍອອນລາຍ; ສ່ວນວິສະວະກອນຈາກ ມະຫາວິທະຍາໄລ ວໍຊິງຕັນ ໄດ້ສ້າງຫຸ້ນຍົນ-ຍົນແມງໄມ້ບິນໄຮ້ສາຍເປັນໂຕທໍາອິດ. ທັງນີ້, ຍັງມີຜົນງານສຸດຍອດຈາກຫຼາຍສະຖາບັນການສຶກສາວິໄຈ ເຊິ່ງຈະຊ່ວຍມະນຸດເບິ່ງເຫັນທິດທາງການປັດຕົວເພື່ອກ້າວທັນຍຸກໃໝ່.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...