spot_img
Homeຂ່າວຕ່າງປະເທດUAE ກັບມາເປີດສະຖານທູດ ໃນຊີຣີ ຫຼັງປີດໄປເມື່ອ 7 ປີທີ່ແລ້ວ

UAE ກັບມາເປີດສະຖານທູດ ໃນຊີຣີ ຫຼັງປີດໄປເມື່ອ 7 ປີທີ່ແລ້ວ

Published on

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງອາບູດາບີ ປະເທດສະຫະລັດອາລັບເອມິເຣຕສ์ (UAE) ໃນວັນທີ 28 ທັນວາ ວ່າ ກະຊວງການຕ່າງປະເທດ UAE ອອກຖະແຫຼງການມື້ວານນີ້ ກ່ຽວກັບຄວາມຍິນດີທີ່ໄດ້ກັບມາສານຕໍ່ຄວາມສໍາພັນທາງການທູດ ກັບ ດາມັສກັສ ອີກຄັ້ງ ແລະ ຫວັງເປັນການຟື້ນຟູຄວາມສໍາພັນທີ່ຍິ່ງໃຫຍ່ ໃນລະດັບທະວີບພະຄີໃນຄັ້ງນີ້ ຈະຊ່ວຍຍົກລະດັບບົດບາດຂອງ ຊີຣີ ໂດຍສະເພາະດ້ານການຮັກສາອະທິປະໄຕ ແລະ ປົກປ້ອງບູລະນະພາບແຫ່ງດິນແດນ ເພື່ອປ້ອງກັນຄວາມສ່ຽງຈາກການແຊກແຊງພາຍໃນພູມມີພາກ.

ທັງນີ້, UAE ໄດ້ລະງັບຄວາມສໍາພັນທາງການທູດກັບ ຊີຣີ ໃນເດືອນ ກຸມພາ 2012 ຫຼື ເກືອບ 1 ປີເກີດສົງຄາມກາງເມືອງໃນຊີຣີ. ແນວໃດກໍຕາມກະແສຂ່າວເລື່ອງການກັບມາເປີດສະຖານທູດ ຂອງ UAE ແຜ່ໄປທົ່ວນະຄອນຫຼວງ ດາມັສກັສ ເມື່ອມີເຈົ້າໜ້າທີ່ເຂົ້າໄປກວດສອບສະຖານທີ່ ແລະ ມີການສ້ອມແປງເກີດຂຶ້ນເມື່ອບໍ່ດົນມານີ້. ຂະນະດຽວກັນ ອັນວາຣ ກາຣກາດ ລັດຖະມົນຕີກະຊວງການຕ່າງປະເທດ UAE ກ່າວວ່າ: ລັດຖະບານ ອາບູດາບີ ຈະສະເໜີເລື່ອງສັນນິບາດອາລັບ ໃຫ້ຍົກເລີກການລະງັບສະຖານະພາບສະມາຊິກຂອງ ຊີຣີ ຕັ້ງແຕ່ຕອນຕົ້ນສົງຄາມ ຫຼັງປະທານາທິບໍດີ ໂອມາຣ ອັລ-ບາຊີ ຜູ້ນໍາຊູດານ ມາຍາມນະຄອນຫຼວງ ດາມັສກັສ ໃນຕົ້ນເດືອນຜ່ານມາ.

ພ້ອມນັ້ນ, ອາເມລິກາ ກໍກຽມຖອນທະຫານທັງໝົດປະມານ 2.000 ນາຍ ອອກຈາກ ຊີຣີ ເຊິ່ງເປັນການສົ່ງສັນຍານເປີດທາງໃຫ້ ຕັວກກີ ໃນການປາບປາມກອງກໍາລັງນັກຮົບໃນພາກເໜືອຂອງ ຊີຣີ ແລະ ເຜີຍວ່າ ຊາອຸດີອາຣະເບຍ ຕົກລົງມອບຄວາມສະໜູນດ້ານການເງິນທີ່ຈໍາເປັນ ຟື້ນຟູ ຊີຣີ ເພື່ອແບ່ງເບົາພາລະຂອງອາເມລິກາ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...