Homeຂ່າວຕ່າງປະເທດໄຕ້ຫວັນເລັ່ງຕິດຕາມຄົ້ນຫານັກທ່ອງທ່ຽວຊາວຫວຽດນາມ 152 ຄົນໜີທົວ

ໄຕ້ຫວັນເລັ່ງຕິດຕາມຄົ້ນຫານັກທ່ອງທ່ຽວຊາວຫວຽດນາມ 152 ຄົນໜີທົວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໄທເປ ປະເທດຈີນ (ໄຕ້ຫວັນ) ເມື່ອວັນທີ 28 ທັນວາ 2018ວ່າ ຈາກກໍລະນີ ພົນລະເມືອງຫວຽດນາມ 152 ຄົນ ເປັນຍິງ 50 ຄົນ ແລະ ຊາຍ 102 ຄົນ ເດີນທາງມາທີ່ໄຕ້ຫວັນໃນຮູບແບບຂອງກຸ່ມນັກທ່ອງທ່ຽວ ໂດຍຜ່ານດ່ານເມືອງເກົາສົງ ເຊິ່ງເປັນເມືອງໃຫຍ່ທາງພາກໃຕ້ຂອງເກາະ ແບ່ງເປັນ 2  ກຸ່ມ ຄືວັນທີ 21 ທັນວາ 2018 ແລະ ວັນທີ 23 ທັນວາ 2018 ທີ່ຜ່ານມາ ກ່ອນແຍກກັນຫຼົບໜີ ເຊິ່ງຫຼາຍຝ່າຍເຊື່ອວ່າເປັນເຈດຕະນາແອບແຝງໃນການລັກລອບເຂົ້າເມືອງເພື່ອມາໃຊ້ແຮງງານແບບຜິດກົດໝາຍ ແລະ ໜ້າຈະເປັນການວາງແຜນລ່ວງໜ້າໄວ້ແລ້ວ.

ສຳນັກງານກວດກາຄົນເຂົ້າເມືອງຂອງໄຕ້ຫວັນອອກຖະແຫຼງການວ່າ ເຈົ້າໜ້າທີ່ຈາກໜ່ວຍງານຫຼາຍແຫ່ງກຳລັງພະຍາຍາມຢ່າງສຸດຄວາມສາມາດໃນການຮ່ວມກັນຕິດຕາມຄົ້ນຫາຜູ້ທີ່ຫາຍຕົວໄປທັງໝົດ ໂດຍທາງເຈົ້າໜ້າທີ່ຕຳຫຼວດປະຕິເສດທີ່ຈະໃຫ້ຂໍ້ມູນ ແຕ່ຍອມເຜີຍພຽງວ່າເຈົ້າໜ້າທີ່ມີ “ເບາະແສເບື້ອງຕົ້ນ” ຂອງຜູ້ຫຼົບໜີທັງ 152 ຄົນແລ້ວ.

ດ້ານກະຊວງການຕ່າງປະເທດຫວຽດນາມອອກຖະແຫຼງການກ່ຽວກັບສະຖານະການທີ່ເກີດຂຶ້ນ ວ່າລັດຖະບານຫວຽດນາມຍິນດີໃຫ້ຄວາມຮ່ວມມືກັບທາງການໄຕ້ຫວັນຢ່າງເຕັມທີ່ ໃນການຕິດຕາມຕົວພົນລະເມືອງທັງ 152 ຄົນ ກັບມາໃຫ້ໄດ້ໄວທີ່ສຸດ ເພື່ອປ້ອງກັນການສົ່ງຜົນກະທົບຕໍ່ຄວາມສຳພັນລະດັບທະວີພາຄີໂດຍສະເພາະໃນດ້ານເສດຖະກິດ ແລະ ການທ່ອງທ່ຽວ.

ດ້ານສຳນັກງານເສດຖະກິດ ແລະ ວັດທະນະທຳໄທເປ ປະຈຳຫວຽດນາມໄດ້ລະງັບການອອກວີຊ່ານັກທ່ອງທ່ຽວໃຫ້ແກ່ພົນລະເມືອງຫວຽດນາມ 182 ຄົນໄວ້ກ່ອນ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

 

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...