spot_img
Homeຂ່າວທ້ອງຖິ່ນສາທາ ສັ່ງປິດຄີລນິກເອກະຊົນ ພ້ອມຊີ້ແຈງຄ່າບໍລິການຢູ່ຄີລນິກແພງກວ່າໂຮງໝໍລັດ

ສາທາ ສັ່ງປິດຄີລນິກເອກະຊົນ ພ້ອມຊີ້ແຈງຄ່າບໍລິການຢູ່ຄີລນິກແພງກວ່າໂຮງໝໍລັດ

Published on

ກະຊວງສາທາລະນະສຸກ ອອກຄຳສັ່ງຢຸດຕິການບໍລິການຫ້ອງກວດພະຍາດ ຫຼື ຄີລນິກເອກະຊົນ 248 ແຫ່ງ ໃນທົ່ວປະເທດ ຫຼັງກວດພົບການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ພ້ອມທັງຊີ້ແຈງຫາງສຽງຂອງສັງຄົມ ກ່ຽວກັບຄ່າບໍລິການຢູ່ໂຮງໝໍ ຫລື ຄີລນິກເອກະຊົນບາງແຫ່ງ ທີ່ມີຄ່າບໍລິການແພງ ເນື່ອງຈາກ ຄີລນິກ ໄດ້ນຳເຂົ້າເຄື່ອງມືອຸປະກອນການແພດຕ່າງໆ ທີ່ທັນສະໄໝ ແລະ ມີລາຄາສູງ ດັ່ງນັ້ນ, ຖ້າຫາກມີບັນຫາ ຫລື ຂໍ້ຂ້ອງໃຈຕ່າງໆ ກ່ຽວກັບການບໍລິການຂອງໂຮງໝໍ ແລະ ຄີລນິກເອກະຊົນ ສາມາດໂທລະສັບມາແຈ້ງທີ່ເບີ 021 214011 ໄດ້ໃນວັນເວລາລັດຖະການ.

ທ່ານ ຮສ.ດຣ. ບຸນໜັກ ໄຊຊະນະສົງຄາມ, ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: “ໃນປີ 2017, ທົ່ວປະເທດ ມີ ຄີລນິກເອກະຊົນທັງໝົດ 1.050 ແຫ່ງ. ຈາກການກວດກາຕົວຈິງໃນປີ 2018, ມີຄີລນິກເຂົ້າມາຕໍ່ໃບອະນຸຍາດ ແລະ ບໍລິການສັງຄົມ 802 ແຫ່ງ, ສ່ວນອີກ 248 ແຫ່ງ ໄດ້ປິດຢຸດເຊົາການບໍລິການ ເນື່ອງຈາກມີຫຼາຍປັດໃຈ ເປັນຕົ້ນ: ຜູ້ໄດ້ຮັບໃບອະນຸຍາດຈຳນວນໜຶ່ງ ເອົາໃບອະນຸຍາດຂອງຕົນໄປໃຫ້ຄົນຕ່າງປະເທດເຊົ່າ, ຜູ້ຖືໃບອະນຸຍາາດຈຳນວນໜຶ່ງເສຍຊີວິດ ແລະ ອື່ນໆ ເຊິ່ງເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ສໍາລັບ ຄລີນິກ ທີ່ໄດ້ຮັບການຕໍ່ໃບອະນຸຍາດແລ້ວ 802 ແຫ່ງນີ້, ຂະແໜງການກ່ຽວຂ້ອງຈະສືບຕໍ່ຕິດຕາມກວດກາຢ່າງຕໍ່ເນື່ອງ ຖ້າຄລີນິກໃດເຄື່ອນໄຫວບໍລິການບໍ່ຖືກຕ້ອງ ກໍ່ຈະໃຫ້ຢຸດເຊົາບໍລິການ ເພື່ອຮັບປະກັນໃຫ້ຄຸນນະພາບດ້ານການບໍລິການຂອງຄີລນິກເອກະຊົນໃນລາວ ໃຫ້ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ”.

ພ້ອມນັ້ນ, ທ່ານຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ຊີ້ແຈງຫາງສຽງຂອງສັງຄົມກ່ຽວກັບຄ່າບໍລິການຢູ່ໂຮງໝໍ ຫລື ຄລີນິກເອກະຊົນບາງແຫ່ງ ຍັງແພງເກີນໄປ ວ່າ: ຍ້ອນການນຳເຂົ້າເຄື່ອງມືອຸປະກອນການແພດຕ່າງໆ ທີ່ທັນສະໄໝ ແລະ ມີລາຄາສູງ ຈຶ່ງເຮັດໃຫ້ຄ່າບໍລິການແພງກ່ວາໂຮງໝໍລັດທົ່ວໄປ. ຜ່ານມາ, ຂະແໜງການກ່ຽວຂ້ອງໄດ້ລົງໄປກວດກາບັນດາໂຮງໝໍເອກະຊົນ ປີລະຄັ້ງ ເຫັນວ່າຜູ້ປະກອບການໄດ້ປະຕິບັດຕາມການແນະນໍາ ຂອງຂະແໜງການກ່ຽວຂ້ອງໄດ້ດີສົມຄວນ. ແນວໃດກໍ່ຕາມ, ທ່ານໄດ້ຝາກມາຍັງສັງຄົມວ່າຖ້າຫາກມີບັນຫາ ຫລື ຂໍ້ຂ້ອງໃຈຕ່າງໆ ກ່ຽວກັບການບໍລິການຂອງໂຮງໝໍ ແລະ ຄີລນິກເອກະຊົນ ກໍ່ສາມາດໂທລະສັບມາແຈ້ງຂ່າວໄດ້ຜ່ານຫມາຍເລກໂທລະສັບ 021 214011 ໄດ້ໃນວັນເວລາລັດຖະການ.

ທ່ານ ກ່າວຢ້ຳວ່າ: “ຫ້ອງກວດພະຍາດ ຫຼື ຄີລນິກເອກະຊົນ ເປັນອາຊີບທີ່ລັດຖະບານ ສະຫງວນໄວ້ໃຫ້ຄົນລາວເພື່ອນໍາໃຊ້ວິຊາສະເພາະຂອງຕົນທຳມາຫາກິນ ແລະ ຊ່ວຍບໍລິການປິ່ນປົວສຸຂະພາບຂອງປະຊາຊົນ ໃນສະພາບທີ່ຕາໜ່າງສາທາລະນະສຸກຂອງລາວຍັງບໍ່ທັນກ້ວາງຂວາງເທົ່າທີ່ຄວນ; ສ່ວນໂຮງໝໍສາມາດເປີດບໍລິການໄດ້ທັງຄົນລາວ ແລະ ຄົນຕ່າງປະເທດ ແຕ່ຕ້ອງຖືກຕ້ອງຕາມກົດໝາຍ ແລະ ລະບຽບການທຸກຢ່າງ. ປັດຈຸບັນ, ທົ່ວປະເທດ ມີໂຮງໝໍເອກະຊົນ 27 ແຫ່ງ ໃນນີ້, ຢູ່ນະຄອນຫຼວງວຽງຈັນ 18 ແຫ່ງ ແລະ ຕ່າງແຂວງ 9 ແຫ່ງ”.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...