spot_img
Homeຂ່າວທ້ອງຖິ່ນປີໃໝ່ ຈາລະຈອນຈະລົງກວດ ໃຜເມົາແລ້ວຂັບຈະຖືກກັກ-ຕັກເຕືອນ

ປີໃໝ່ ຈາລະຈອນຈະລົງກວດ ໃຜເມົາແລ້ວຂັບຈະຖືກກັກ-ຕັກເຕືອນ

Published on

ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ສາກົນ 2019 ດໍາເນີນໄປດ້ວຍບັນຍາກາດທີ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍປອດໄພ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດວາງກໍາລັງລົງປະຈໍາຕາມຈຸດ, ຕອມປ້ອມ ແລະ ເສັ້ນທາງໃນຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຢ່າງແໜ້ນໜາ ພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດລະບຽບຈະລາຈອນຢ່າງເຂັ້ມງວດດ້ວຍການກວມເອົາຄວາມໄວ ແລະ ກວດເຫຼົ້າໃນຮ່າງກາຍ ອີກ ເພື່ອຊ່ວຍຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ.

ພັນໂທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງການຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄລຍະສົ່ງທ້າຍປີເກົ່າ 2018  ແລະ ຕ້ອນຮັບປີໃໝ່ສາກົນ 2019 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ວາງແຜນບັນຈຸກໍາລັງລົງປະຈໍາຢູ່ຕາມຈຸດກວດກາຄວບຄຸມຄວາມໄວລົດ, ກວດທາດເຫຼົ້າ ເພື່ອປ້ອງກັນອຸບັດຕິເຫດ. ຫາກກວດພົບຜູ້ຂັບຂີ່ພາຫະນະມີທາດເຫຼົ້າເກີນກໍານົດ ຈະໄດ້ກັກຕົວໄວ້ ເມື່ອສ່ວງເມົາແລ້ວກໍສຶກສາອົບຮົມ, ກ່າວເຕືອນພ້ອມປັບໃໝຕາມສະຖານການລະເມີດ ຈຶ່ງຈະປ່ອຍຕົວ ຖ້າຮ້າຍແຮງກໍຈະດໍາເນີນຄະດີຕໍ່ຜູ້ກະທໍາຜິດ.

ອີງຕາມຂໍ້ມູນໜັງສືພິມຄວາມສະຫງົບ ໄດ້ລະບຸ 5 ຂໍ້ຫ້າມສຳລັບການຂັບຂີ່ໃນໄລຍະສະຫຼອງປີໃໝ່ສາກົນຄື:

  •  ຫ້າມດື່ມເຫຼົ້າ ແລະ ສິ່ງມຶນເມົາທຸກປະເພດ ແລ້ວຂັບຂີ່ລົດຢ່າງ ເດັດຂາດ.
  • ຫ້າມຂັບຂີ່ລົດໄວເກີນກໍານົດ, ສໍາລັບລົດໂດຍສານບໍ່ໃຫ້ໃຊ້ຄວາມໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ ຕາມເສັ້ນທາງຫຼວງ ແລະ ຢູ່ເຂດນອກເມືອງ.
  • ຫ້າມນໍາໃຊ້ລົດກະບະບັນທຸກຄົນໂດຍສານໃສ່ຫຼັງກະບະ ຫຼື ນັ່ງຝາທ້າຍລົດຢ່າງເດັດຂາດ.
  • ຫ້າມຂັບຂີ່ລົດຈັກເປັນພຶງເປັນແພ ຫຼື ແຂ່ງຂັນກັນຕາມເສັ້ນທາງຫຼວງຢ່າງເດັດຂາດ.
  • ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ທັນເຖິງກະສຽນຂັບຂີ່ລົດຈັກ ແລະ ຂັບຂີ່ລົດໃຫຍ່ຢ່າງເດັດຂາດ.

ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດຕິເຫດ ໃນໄລຍະສົ່ງທ້າຍປີເກົ່າ 2018 ຕ້ອນຮັບປີໃໝ່ສາກົນ 2019 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍຄື ປກສ ນະຄອນຫຼວງວຽງຈັນຂໍຝາກເຕືອນມາຍັງບັນດານັກຂັບຂີ່ໃຫ້ມີສະຕິລະວັງຕົວໃນການຂັບຂີ່ພາຫະນະ ເມົາແລ້ວບໍ່ຂັບ ແລະ ປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ທັງນັ້ນ, ເພື່ອຄວາມປອດໄພທັງຊີວິດ ແລະ ຊັບສິນຂອງຕົວທ່ານເອງ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, LSecurity News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...