spot_img
Homeຂ່າວທ້ອງຖິ່ນສະຫຼຸບເຫດການເດັ່ນ-ຂ່າວເດັ່ນແຫ່ງປີ 2018

ສະຫຼຸບເຫດການເດັ່ນ-ຂ່າວເດັ່ນແຫ່ງປີ 2018

Published on

ໃນຮອບປີ 2018 ທົ່ວປະເທດເກີດມີເຫດການທີ່ເດັ່ນໆ ແລະ ສໍາຄັນເປັນຈໍານວນຫຼວງຫຼາຍບໍ່ວ່າຈະເປັນທາງດ້ານວັດທະນະທໍາ-ສັງຄົມ, ເສດຖະກິດ, ການຄ້າ-ການລົງທຶນ ແລະ ອື່ນໆ ເຊິ່ງທີມງານລາວໂພສ ໄດ້ທໍາການສະຫຼຸບຂ່າວໃຫ້ທ່ານໄດ້ຮູ້ກັນອີກຄັ້ງ ໂດຍຈະເລີ່ມແຕ່ອັນດັບຕົ້ນໆກໍຄື:

ອັນດັບທີ 1 ເຫດການສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື

ເຫດການສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເກີດຂຶ້ນເມື່ອວັນທີ 23 ກໍລະກົດ 2018, ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ພາກໃຕ້ຂອງລາວ ຖືເປັນຂ່າວທີ່ສ້າງຄວາມໂສກເສົ້າເສຍໃຈທີ່ສູດຂອງຊາວເມືອງສະໜາມໄຊ ກໍຄືປະຊາຊົນລາວທົ່ວປະເທດ ທີ່ໄດ້ຮັບຜົນກະທົບບໍ່ຈະວ່າເປັນຜົນກະທົບທາງດ້ານວັດຖຸ ແລະ ຈິດໃຈ ເປັນຄວາມເສຍຫາຍອັນໃຫຍ່ຫຼວງຂອງປະເທດເຮົາ. ນອກຈາກນັ້ນ, ເຫດການດັ່ງກ່າວ ຍັງໂດ່ງດັງໄປທົ່ວໂລກກາຍເປັນວ່າປະເທດໃດກໍ່ຮູ້ຈັກປະເທດລາວເລີຍແຫຼະ, ລັດຖະບານລາວ ກຳນົດໃຫ້ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ.

ອັນດັບທີ 2 ການບໍລິຈາກວັດຖຸປັດໄຈຊ່ວຍເຫຼືອພໍ່ແມ່ປະຊາຊົນ ເມືອງ ສະໜາມໄຊ ແຂວງ ອັດຕະປື

ຍັງເປັນຂ່າວກ່ຽວກັບນໍ້າຖ້ວມເຊັ່ນເຄີຍ ເພາະປະຊາຊົນ ເມືອງສະໜາມໄຊ ໄດ້ຮັບຜົນກະທົບເປັນຈໍານວນຫຼວງຫຼາຍເປັນຕົ້ນຂາດທີ່ຢູ່ອາໄສ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ລວມເຖິງອຸປະກອນເຄື່ອງໃຊ້ຕ່າງໆ ທີ່ໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ຄົ້ນຫາຜູ້ສູນຫາຍ ແລະ ອື່ນໆ ຈົນກາຍເປັນຂ່າວທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມສົ່ງກໍາລັງໃຈ ໂດຍສະເພາະການບໍລິຈາກອາຫານ-ນໍ້າດື່ມ, ເຄື່ອງນຸ່ງຫົ່ມ-ຢາປົວພະຍາດ ທີ່ຂາດບໍ່ໄດ້ກໍຄືເງິນ ຖືວ່າມີການໂຄສະນະ ແລະ ລົງຂ່າວທົ່ວປະເທດ ໂດຍມີຈຸດບໍລິຈາກຕາມອົງການສໍານັກງານ, ສະມາຄົມຊ່ວຍເຫຼືອສັງຄົມພາຍໃນ ແລະ ສາກົນ ແລະ ຕ່າງປະເທດກໍ່ໃຫ້ການຊ່ວຍເຫຼືອເຊັ່ນ.

ອັນດັບທີ 3 ການສະຫຼອງ ແຄນລາວ ຖືກຮັບຮອງເຂົ້າເປັນມໍລະດົກໂລກ

ໃນທີ່ສຸດ ແຄນລາວ ຫຼື ສຽງແຄນລາວ ກໍໄດ້ຖືກຮັບຮອງຂຶ້ນເປັນມໍລະດົກໂລກ ຈາກອົງການ ອຸຍແນັສໂກ ເຊິ່ງໄດ້ມີພິທີການສະເຫຼີມສະຫຼອງຢ່າງໃຫຍ່ທີ່ ນະຄອນຫຼວງວຽງຈັນໃນວັນທີ 11 ເມສາ 2018 ຫຼັງໄດ້ຮັບຮອງເປັນມໍລະດົກວັດທະນະທໍາຂອງມະນຸດ ໃນກອງປະຊຸມຄັ້ງທີ 12 ຂອງຄະນະກໍາມະການ ລະຫວ່າງຊາດ ວ່າດ້ວຍການອະນຸລັກວັດທະນະທໍາ ໃນວັນທີ 7 ທັນວາ 2017.ນັບເປັນສິ່ງທີ່ສ້າງຄວາມປະທັບໃຈແກ່ປະຊາຊົນລາວທົ່ວປະເທດສົມກັບນາມຊື່ວ່າ “ເມືອງລາວ ເຂົ້າໜຽວສຽງແຄນ” ອີຫຼີ.  ລາວໂພສ ຂໍຍົກໃຫ້ເປັນເປັນຂ່າວດີຂ່າວເດັ່ນແຫ່ງປີ 2018.

ອັນດັບ 4 ທ່ານ ພົນໂທ ຈັນສະໜອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກ ຄົນທີ່ສາມຂອງ ສປປ ລາວ.

ໃນການເລື່ອນຊັ້ນ ທ່ານ ພົນໂທ ຈັນສະໜອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກ ໂດຍເລື່ອນຊັ້ນໃນວັນທີ 13 ທັນວາ 2018 ຫຼັງປະທານປະເທດ ໄດ້ອອກລໍາລັດ ລົງວັນທີ 10 ທັນວາ 2018, ສະບັບເລກທີ317/ປປທ. ເປັນຂ່າວດີ ແລະ ຍ້ອງຍໍກັນໄປທົ່ວ ເພາະປະເທດລາວມີຊັ້ນນາຍພົນພຽງ 3 ຄົນ ແລະ ທ່ານກໍໄດ້ເປັນ ພົນໂທ ຄົນທີ 3 ຂອງລາວ ໂດຍຖັດຈາກ ທ່ານ ພົນເອກ ຄໍາໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ.

ອັນດັບທີ 5 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII

ຖືເປັນກອງປະຊຸມທີ່ໃຫຍ່ ລະດັບຊາດ ເພາະໃນໜຶ່ງປີຈັດຂຶ້ນໜຶ່ງຄັ້ງ ແລະ ເປັນກອງປະຊຸມທີ່ປະຊາຊົນລາວ, ພະນັກງານ, ທະຫານ-ຕໍາຫຼວດ ໃນຂອບເຂດທົ່ວປະເທດ ໃຫ້ການຕິດຕາມ ແລະ ອ່ານຂ່າວນີ້ເປັນຈໍານວນຫຼາຍກ່ຽວກັບວຽກງານການຈັດຕັ້ງປະຕິບັດໃນປີຜ່ານ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກນັ້ນ, ຍັງມີແນວທາງການແກ້ໄຂບັນຫາສໍາຄັນ ແລະ ແຜນການພັດທະນາເສດຖະກິດສັງຄົມ ເຊິ່ງປີນີ້ກໍມີຫຼາຍບັນຫາພົ້ນເດັ່ນທີ່ເປັນຜົນດີມາໃຫ້ປະຊາຊົນທັງຊາດ. ພ້ອມນັ້ນ, ຍັງມີການຮັບຮອງເອົາກົດໝາຍໃໝ່ຕ່າງໆ ອັນໄດ້ສ້າງຄວາມສະດວກໃນການປະຕິບັດໜ້າວຽກຫຼາຍຂຶ້ນ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...