spot_img
Homeຂ່າວທ້ອງຖິ່ນລັດ ສັ່ງເດັດຂາດລົງໂທດຜູ້ລະເມີດ 15/ນຍ ແລະ ໃຫ້ອອກຂ່າວຜ່ານທຸກສື່

ລັດ ສັ່ງເດັດຂາດລົງໂທດຜູ້ລະເມີດ 15/ນຍ ແລະ ໃຫ້ອອກຂ່າວຜ່ານທຸກສື່

Published on

ຄໍາສັ່ງເລກທີ່ 15/ນຍ ໃນໄລຍະຜ່ານມາ ເຫັນວ່າໄດ້ຮັບຜົນສໍາເລັດຫຼາຍດ້ານ ໂດຍສະເພາະເຮັດໃຫ້ໂຮງງານທີ່ບໍ່ໄດ້ມາດຕະຖານ ແລະ ທຸລະກິດປຸງແຕ່ງໄມ້ຖືກຍຸບເລີກ 2 ພັນກວ່າໂຮງງານ ເຮັດໃຫ້ການຕັດໄມ້ທໍາລາຍປ່າຫຼຸດລົງເທື່ອລະກ້າວ. ໃນຕໍ່ໜ້າ, ລັດຖະບານ ໄດ້ເນັ້ນຄະນະສະເພາະກິດເຂັ້ມງວດປະຕິບັດຕໍ່ຜູ້ກະທໍາຜິດ ລວມທັງເຈົ້າໜ້າທີ່ລັດທີ່ມີການສົມຮູ້ຮ່ວມຄິດ ແລະ ໃຫ້ມີການອອກຂ່າວຕ່າງໆເພື່ອໃຫ້ປະຊາຊົນຮັບຮູ້ ແລະ ຊ່ວຍເປັນຫູເປັນຕາໃຫ້ກັບລັດຖະບານ.

ອີງຕາມຂໍ້ມູນຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ ໃຫ້ຮູ້ວ່າ: ສະພາບການປັບປຸງ, ດັດສົມໂຮງງານເຟີນີເຈີໄມ້ ມາເຖິງປັດຈຸບັນ, ພາຍຫຼັງມີຄໍາສັ່ງເລກທີ 15/ນຍ ໂຮງງານປຸງແຕ່ງໄມ້ຖືກຍຸບເລີກ 989 ແຫ່ງ ຍັງເຫຼືອ 1.113 ແຫ່ງ ໃນນັ້ນ, ໂຮງງານເລື່ອຍໄມ້ 8 ແຫ່ງ, ປຸງແຕ່ງໄມ້ສໍາເລັດຮູບ 405 ແຫ່ງ ແລະ ເຟີນີເຈີ 700 ແຫ່ງ; ສ່ວນທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວຖືກຍຸບເລີກ 1.211 ຫົວໜ່ວຍ ຍັງເຫຼືອ 141 ຫົວໜ່ວຍ. ສໍາລັບການຂົນສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບທັງໝົດ 1,22 ແສນແມັດກ້ອນ ມີມູນຄ່າ 64 ລ້ານກ່ວາໂດລາສະຫະລັດ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...