Homeຂ່າວຕ່າງປະເທດພູເຂົາໄຟອິຕາລີປະທຸໜັກໃນຮອບ 10 ປີ ສົ່ງຜົນໃຫ້ເກີດແຜ່ນດິນໄຫວຫຼາຍກວ່າ 130ຄັ້ງ

ພູເຂົາໄຟອິຕາລີປະທຸໜັກໃນຮອບ 10 ປີ ສົ່ງຜົນໃຫ້ເກີດແຜ່ນດິນໄຫວຫຼາຍກວ່າ 130ຄັ້ງ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ພູເຂົາໄຟ ເອດນາ ເທິງເກາະຊີຊີລີ ຂອງປະເທດອິຕາລີ ເຊິ່ງເປັນພູເຂົາໄຟທີ່ເຄື່ອນໄຫວຫຼາຍທີ່ສຸດໃນເອີຣົບ ໄດ້ປະທຸຂຶ້ນໃນຊ່ວງຕອນເຊົ້າວັນຈັນທີ 24 ທັນວາ 2018 ຕາມເວລາທ້ອງຖິ່ນ ຂະນະດຽວກັນມີລາຍງານມັກມາໄຫຼລົ້ນອອກມາຈາກຮອຍແຕກບໍລິເວນປ່ອງພູເຂົາໄຟທາງທິດຕາເວັນອອກສຽງເໜືອ ແລະ ເກີດແຜ່ນດິນໄຫວໃນພື້ນທີ່ດຽວກັນຫຼາຍກວ່າ 130 ຄັ້ງໃນເວລາພຽງ 3 ຊົ່ວໂມງ ໂດຍມີຄວາມຮຸນແຮງສູງສຸດຢູ່ທີ່ 4.3 ແມັກນິຈູ

https://twitter.com/LFiannacca/status/1077216024091611137

ທີມສັງເກດການພູເຂົາໄຟເອດນາລະບຸວ່າການປະທຸຂອງພູເຂົາໄຟເຮັດໃຫ້ເກີດຮອຍແຍກໃໝ່ທາງທິດຕາເວັນອອກສຽງໃຕ້ຂອງພູເຂົາໄຟ ແລະ ມີມັກມາໄຫຼອອກມາ ຂະນະທີ່ນັກພູເຂົາໄຟວິທະຍາທ້ອງຖິ່ນກວ່າວ່າ ນີ້ເປັນຄັ້ງທຳອິດໃນຮອບກວ່າທົດສະວັດທີ່ມີການປະທະຂອງພູເຂົາໄຟຫຼາຍທີ່ສຸດ.

ພູເຂົາໄຟເອດນາ ເທິງເກາະຊີຊີລີ ເປັນພູເຂົາໄຟທີ່ສູງທີ່ສຸດໃນທະວີບເອີຣົບ ດ້ວຍຄວາມສູງ 3.323 ແມັດ ໄດ້ປະທຸພົ່ນມັກມາ, ຖ່ານໄຟ ແລະ ຄວັນອອກມາ ຈົນເຮັດໃຫ້ຕ້ອງມີການປິດສະໜາມບິນຊົ່ວຄາວ ໃນເມືອງ ກາຕາເນຍ.

ເນື່ອງຈາກເຫດການປະທຸຂອງພູເຂົາໄຟເອດນາຕໍ່ມາໃນເວລາ 03.19 ນາທີ ຂອງເຊົ້າວັນທີ 26 ທັນວາ 2018 ເກີດມີແຜ່ນດິນໄຫວ ຂະໜາດ 4.8 ແມັກນິຈູ ສັ່ນສະເທືອນເກາະຊີຊີລີ ເກາະທີ່ໃຫຍ່ທີ່ສຸດໃນທະເລເມດິເຕເຣນຽນ ເຊິ່ງເປັນດິນແດນປົກຄອງຕົນເອງອິຕາລີ ເປັນເຫດໃຫ້ຜູ້ຄົນແຕກຕື່ນຕົກໃຈ ແລ່ນອອກຈາກອາຄານເຮືອນຊານມາຢູ່ກາງຖະໜົນຫົນທາງ ເນື່ອງຈາກແຜ່ນດິນສັ່ນສະເທືອນຢ່າງຮຸນແຮງ ຂະນະທີ່ອາຄານບ້ານເຮືອນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ຮັບບາດເຈັບປະມານ 30 ຄົນ, ທາງເຈົ້າໜ້າທີ່ອິຕາລີລະບຸວ່າ ສູນກາງແຜນດິນໄຫວມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດເທົ່ານັ້ນ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ, ຮູບປະກອບ : khaosod, thairath,

ວິດີໂອຈາກ Twitter : Laura Fiannacca

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...