spot_img
Homeຂ່າວຕ່າງປະເທດອັງກິດ ປິດຮ້ານຂາຍສັດລ້ຽງທົ່ວປະເທດ

ອັງກິດ ປິດຮ້ານຂາຍສັດລ້ຽງທົ່ວປະເທດ

Published on

ທາງການ ອັງກິດ ກຽມສັ່ງຫ້າມຂາຍລູກໝາ-ແມວໃນຮ້ານສັດລ້ຽງທົ່ວປະເທດ ພາຍໃຕ້ຄວາມພະຍາຍາມທີ່ຈະຈັດການກັບການສະແຫວງຫາຜົນປະໂຫຍດ ແລະ ການທໍລະມານສັດ ໂດຍ ລັດຖະບານ ອັງກິດ ປະກາດວ່າ ຈະເລີ່ມບັງຄັບໃຊ້ກົດໝາຍດັ່ງກ່າວໃນຕົ້ນປີໜ້າ ຫຼັງຈາກການປະຊາມະຕິສະຫຼຸບວ່າ 95% ໄດ້ໃຫ້ການສະໜັບສະໜູນໃນການດໍາເນີນການດັ່ງກ່າວ.

ລັດຖະບານ ອັງກິດ ກ່າວວ່າ: “ກົດໝາຍໃໝ່ ຈະຊ່ວຍຢຸດຕິສະພາບຄວາມເປັນຢູ່ທີ່ຊຸດໂຊມຂອງສັດໃນຟາມເພາະລ້ຽງ ແລະ ຈະຊ່ວຍແກ້ໄຂບັນຫາດ້ານຄວາມເປັນຢູ່ຂອງສັດທີ່ມີຢູ່ດ້ວຍ ເພາະ ລັດຖະບານ ເຊື່ອວ່າການອອກກົດໝາຍດັ່ງກ່າວ, ຈະຊ່ວຍຫຼຸດພາວະການເພາະລ້ຽງແຜ່ພັນສັດດ້ວຍຄຸນນະພາບທັງທີ່ມີ ແລະ ບໍ່ມີໃບອະນຸຍາດ”.

ດ້ານກະຊວງ ສິ່ງແວດລ້ອມ ອາຫານ ແລະ ຊົນນະບົດ ອັງກິດ ໄດ້ລະບຸວ່າ: “ພາຍໃຕ້ກົດໝາຍດັ່ງກ່າວ, ຜູ້ທີ່ຕ້ອງການຈະຊື້ ຫຼື ລ້ຽງລູກໝາ-ແມວທີ່ມີອາຍຸຕໍ່າກວ່າ 6 ເດືອນ ຈະຕ້ອງໄປຕິດຕໍ່ກັບຟາມເພາະລ້ຽງ ຫຼື ໜ່ວຍງານທີ່ຫາບ້ານຫຼັງທີ່ສອງໃຫ້ສັດໂດຍກົງ”.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...