spot_img
Homeຂ່າວຕ່າງປະເທດເອຢິບ ເປັນປະເທດທີ່ມີຄົນຕຸ້ຍທີ່ສຸດໃນໂລກ

ເອຢິບ ເປັນປະເທດທີ່ມີຄົນຕຸ້ຍທີ່ສຸດໃນໂລກ

Published on

ອັບເດລ ຟັດຕາ ອັລ-ຊິຊິ, ປະທານາທິບໍດີ ເອຢິບ ຮຽກຮ້ອງໃຫ້ປະຊາຊົນຫຼຸດນໍ້າໜັກ ໂດຍແນະນໍາໃຫ້ເພີ່ມວິຊາພາລະສຶກຕາມແຕ່ລະໂຮງຮຽນ ແລະ ມະຫາວິທະຍາໄລ ລວມເຖິງສະຖານີໂທລະພາບກໍບໍ່ຄວນໃຫ້ມີພິທີກອນ ຫຼື ແຂກຮັບເຊີນທີ່ມີນໍ້າໜັກສູງເກີນອອກອາກາດ.

ຈາການສຶກສາຄົ້ນຄວ້າທົ່ວໂລກໃນປີກ່ອນ ໂດຍສະຖາບັນປະເມີນ ແລະ ວັດສຸຂະພາບ ປະຈໍາມະຫາວິທະຍາໄລລັດວໍຊີງຕັນ ໃນອາເມລິກາ ພົບວ່າ ເອຢິບ ມີປະຊາກອນຕຸ້ຍຫຼາຍທີ່ສຸດໃນໂລກ ເພາະມີປະຊາກອນປະມານ 19 ລ້ານຄົນ ຈາກ 100 ລ້ານຄົນຢູ່ໃນພາວະຄວາມຕຸ້ຍ ລວມເຖິງເດັກນ້ອຍ 3.6 ລ້ານຄົນ ຄິດເປັນສັດສ່ວນ 10.2%. ເມື່ອ 5 ປີກ່ອນ ເອຢິບ ຢູ່ໃນອັນດັບທີ 3 ແລະ ອັນດັບທີ 1 ກໍຄືປະເທດ ຄູເວດ ທີ່ມີຄົນຕຸ້ຍຫຼາຍທີ່ສຸດໃນໂລກ ໃນນັ້ນ, ເພດຍິງຈະຕຸ້ຍຫຼາຍກວ່າເພດຊາຍ ເຖິງ 50% ຂອງປະຊາກອນເພດຍິງໃນປະເທດ.

ສາວເອຢິບ ທີ່ຕຸ້ຍທີ່ສູຸດໃນໂລກ ມີນໍ້າໜັກ 500 ກິໂລກຣາມ ເຊິ່ງເສຍຊີວິດໃນປີ 2017 ດ້ວຍອາການແຊກຊ້ອນຈາກນໍ້າໜັກ ກັບພະຍາດຫົວໃຈ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...