spot_img
Homeຂ່າວທ້ອງຖິ່ນການປັບປຸງສະໜາມບິນຫ້ວຍຊາຍ ຈະສຳເລັດຕາມແຜນໃນປີ 2020

ການປັບປຸງສະໜາມບິນຫ້ວຍຊາຍ ຈະສຳເລັດຕາມແຜນໃນປີ 2020

Published on

ໂຄງການກໍ່ສ້າງການປັບປຸງສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເລີ່ມແຕ່ວັນທີ 24 ກັນຍາ ເປັນຕົ້ນມາ ປັດຈຸບັນ, ຄືບໜ້າ 7,39% ດ້ວຍມູນຄ່າການກໍ່ສ້າງທັງໝົດ 149 ຕື້ກວ່າກີບ ຖືືເປັນອີກໂຄງການໃຫຍ່ຂອງ ລັດຖະບານ ທີ່ຍົກລະດັບຄວາມປອດໄພທາງການບິນໃຫ້ມີມາດຕະຖານສູງຂຶ້ນ ໂດຍກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ຄາດວ່າຈະໃຫ້ສໍາເລັດຕາມແຜນໃນປີ 2020.

ທ່ານ ຄໍາປ່ຽນ ລ້ານນາ ຫົວໜ້າໂຄງການປັບປຸງສະໝາມບິນ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໃຫ້ການສໍາພາດວ່າ: ໂຄງການດັ່ງກ່າວ, ເປັນການຍົກລະດັບສະໜາມບິນໃຫ້ໄດ້ຕາມມາດຕະຖານ ຂອງກົມການບິນພົນລະເຮືອນ (MOS 2009 ) ແລະ ມາດຕະຖານສາກົນ (ICAO) ພ້ອມທັງຮອງຮັບຍົນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ຍົນ ATR (72,MA-60 ຫຼື ທຽບເທົ່າ  ເຊິ່ງປະກອບມີ 4 ໜ້າວຽກຫຼັກຄື: ກໍ່ສ້າງຂະຫຍາຍທາງຂຶ້ນ-ລົງຂອງຍົນໃຫ້ມີຄວາມຍາວ ແລະ ກວ້າງອອກ; ກໍ່ສ້າງປັບປຸງລານຈອດຍົນ ແລະ ສະຖານທີ່ຈອດຂອງຜູ້ໂດຍສານ; ກໍ່ສ້າງຮົ້ວຖາວອນອ້ອມສະໜາມບິນຍາວ 4.291 ແມັດ; ສ້ອມແປງອາຄານຜູ້ໂດຍສານ ແລະ ອື່ນໆ ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 24 ກັນຍາ ເປັນຕົ້ນມາ ແລະ ຈະສືບຕໍ່ກໍ່ສ້າງຈົນຮອດວັນທີ 23 ພະຈິກ 2020 ໄລຍະເວລາການທັງໝົດ 26 ເດືອນ ໃຫ້ສໍາເລັດຕາມແຜນ .

ນອກນັ້ນ, ທ່ານ ໃຫ້ຮູ້ຕື່ມວ່າ: ສະເພາະການຂະຫຍາຍເສັ້ນທາງຂຶ້ນ-ລົງຊ່ອງຍົນໃຫ້ກວ້າງອອກຈາກ 19 ແມັດ ເປັນ 36 ແມັດ, ເສີມຕໍ່ຄວາມຍາວຈາກ 1.450 ແມັດ ເປັນ 1.660 ແມັດ ເຊິ່ງອອກແບບໃຫ້ຍົນສາມາດຂຶ້ນ-ລົງໄດ້ສອງທິດທາງ, ໂຄງສ້າງທາງແລ່ນປູດ້ວຍຢາງຂົ້ວໜາ 8 ຊັງຕີແມັດ, ຊັ້ນພື້ນໜ້າທາງໜາ 25 ຊັງຕີແມັດ ແລະ ຊັ້ນຮອງພື້ນທາງໜາ 25 ຊັງຕີແມັດ ເຊິ່ງມາຮອດວັນທີ 18 ທັນວາ ມີຄວາມຄືບໜ້າໄດ້ 7,39% ຄາດທ້າຍເດືອນນີ້ຈະໃຫ້ໄດ້ 17,86% ໂດຍສຸມໃສ່ວຽກອະນາໄມຢູ່ສະຖານທີ່ກໍ່ສ້າງ, ກໍ່ສ້າງວຽກດິນຕັດ, ກໍ່ສ້າງຊັ້ນຄັນທາງ, ຍົກຍ້າຍວັດສະດຸທີ່ບໍ່ເໝາະສົມອອກຈາກໂຄງການ ແລະ ຮື້ຖອນຕົ້ນໄມ້ຈໍານວນໜຶ່ງ.

ດ້ານ, ທ່ານ ໂຈມ ໄຊສົງຄາມ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ ເຜີຍວ່າ: ໂຄງການດັ່ງກ່າວ, ເປັນບູລິມະສິດຂອງລັດຖະບານ ກໍຄືທຶນໃນການກໍ່ສ້າງເປັນຂອງລັດ ເພື່ອຮອງຮັບສາຍການບິນພາຍໃນ ແລະ ຍັງເປັນການຊຸກຍູ້ພັດທະນາເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວພາຍໃນແຂວງ ພາຍຫຼັງສ້າງສໍາເລັດຄາດວ່າຈະເປີດບໍລິການ 2 ຖ້ຽວຕໍ່ວັນເພື່ອອໍານວຍຄວາມສະດວກແກ່ຜູ້ໂດຍສານ ກໍຄືນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ແຂວງ ບໍ່ແກ້ວ ຫຼາຍຂຶ້ນ.

ໂຄງການກໍ່ສ້າງດັ່ງງກ່າວ, ໂດຍບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງພຽງແຕ່ຜູ້ດຽວ ດ້ວຍມູນຄ່າທັງໝົດ 149 ຕື້ກີບ ເປັນທຶນຂອງລັດຖະບານທັງໝົດ ເຊິ່ງການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ປີ 2018 ຈະໃຊ້ງົບປະມານ 104 ຕື້ກວ່າກີບ ແລະ ໄລຍະທີ 2 ໃນປີ 2019 ຈໍານວນ 45 ຕື້ກວ່າກີບ..

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...