spot_img
Homeຂ່າວທ້ອງຖິ່ນປີໃໝ່ນີ້ທົ່ວທຸກພາກກຽມຮັບມືກັບອາກາດໜາວຈັດພ້ອມຝົນຕົກລົມພັດເປັນບາງໂອກາດ

ປີໃໝ່ນີ້ທົ່ວທຸກພາກກຽມຮັບມືກັບອາກາດໜາວຈັດພ້ອມຝົນຕົກລົມພັດເປັນບາງໂອກາດ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 24-30 ທັນວາ 2018ວ່າ ຄວາມກົດດັນອາກາດສູງຂອງອາກາດໜາວເຢັນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງພາກເໜືອ, ເຂດພູສູງ, ຮ່ອມພູ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ. ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ອາກາດຍັງຈະຮ້ອນໃນຕອນກາງເວັນ, ຈາກນັ້ນໃນວັນທີ 28-30 ທັນວາ 2018 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ກະແສລົມຕາເວັນອອກສຽງເໜືອຍັງສືບຕໍ່ພັດປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອຸນຫະພູມອາກາດຈະຫຼຸດລົງ 2-4 ອົງສາ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມເຂດພູສູງ, ຮ່ອມພູ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຈາກນັ້ນໃນວັນທີ 28-30 ທັນວາ 2018 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ, ອາກາດຈະໜາວເຢັນ ຫາ ໜາວຫຼາຍ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມເຂດພູສູງ, ຮ່ອມພູ, ຈາກນັ້ນວັນທີ 28-30 ທັນວາ 2018 ອຸນຫະພູມອາກາດຈະເຢັນລົງ 2-4 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດ.

ພາກກາງ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ຈາກນັ້ນວັນທີ 27 – 30 ທັນວາ 2018 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງວຽງຈັນ. ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຈະຫຼຸດລົງ 1-3 ອົງສາ.

ສະເພາະແຂວງໄຊສົມບູນ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ຈາກນັ້ນວັນທີ 28 – 30 ທັນວາ 2018 ອາກາດຈະໜາວເຢັນລົງ 2-4 ອົງສາ.

ພາກໃຕ້: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ສ່ວນໃນຕອນກາງເວັນອາກາດຮ້ອນ, ຈາກນັ້ນວັນທີ 28-30 ທັນວາ 2018 ອາກາດຈະເຢັນລົງ 1-3 ອົງສາ ພ້ອມຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ຈາກນັ້ນວັນທີ 28-30 ທັນວາ 2018 ອາກາດຈະເຢັນ ຫາ ໜາວເຢັນຫຼາຍອຸນຫະພູມຈະຫຼຸດລົງ 2-4 ອົງສາ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 24-27 ທັນວາ 2018 ອາກາດຈະໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ສ່ວນຕອນກາງເວັນອາກາດຮ້ອນ, ຈາກນັ້ນວັນທີ 28-30 ທັນວາ 2018 ອາກາດຈະເຢັນລົງ 1-3 ອົງສາ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...