spot_img
Homeຂ່າວທ້ອງຖິ່ນລາວ ກຽມສ້າງສູນວັດແທກ ເຕືອນໄພພິບັດຈາກເຂື່ອນໄຟຟ້າ

ລາວ ກຽມສ້າງສູນວັດແທກ ເຕືອນໄພພິບັດຈາກເຂື່ອນໄຟຟ້າ

Published on

ສປປ ລາວ ກໍາລັງຈະມີສູນວັດແທກ ເຕືອນໄພພິບັດຂອງເຂື່ອນໄຟຟ້າ, ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ອິເຕີເນເຊີນນໍ ຊິດສ์ເຕັມ ລາວ ຈໍາກັດ ລົງນາມບົດ ກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການສ້າງສູນວັດແທກ ເຕືອນໄພພິບັດຂອງເຂື່ອນໄຟຟ້າໃນ ສປປ ລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແກ້ໄຂປະກົດການຫຍໍ້ທໍ້ ແລະ ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນລາວ ພ້ອມທັງຮັບປະກັນຄຸນນະພາບ, ຖືກຕ້ອງຕາມມາດຕະຖານແຫ່ງຊາດ ແລະ ສາກົນ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການແກ້ໄຂປະກົດການຫຍໍ້ທໍ້ ແລະ ປະຊາຊາຊົນລາວທົ່ວປະເທດ ພ້ອມທັງຮັບປະກັນຄຸນນະພາບ, ຖືກຕ້ອງກັບມາດຕະຖານແຫ່ງຊາດ ແລະ ມາດຕະຖານສາກົນ. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເປັນການປະກອບສ່ວນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ VIII (2016-2020) ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ກົມມາດຕະຖານ ແລະ ວັດແທກ ຈຶ່ງໄດ້ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງກະກຽມເງື່ອນໄຂຄື: ດ້ານນິຕິກໍາໃຫ້ມີການສ້າງສູນວັດແທກ ເຕືອນໄພພິບັດ ຂອງເຂື່ອນໄຟຟ້າໃນ ສປປ ລາວ; ພັດທະນາຊັບພະຍາກອນມະນຸດ ແລະ ຈັດເຝິກອົບຮົມກ່ຽວກັບວຽກງານວິຊາການໃຫ້ມີຄວາມຊ່ຽວຊານດ້ານວິຊາສະເພາະ ແລະ ເຜີຍແຜ່ໃຫ້ພາກລັດ-ເອກະຊົນຮັບຊາບ; ມີການຈັດຫາວິຊາການ, ອຸປະກອນ ແລະ ຄູ່ມືຢ່າງມີປະສິດທິພາບໃນການຮັບຮອງວຽກງານດັ່ງກ່າວ.

ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 18 ທັນວາ 2018, ຕາງໜ້າຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂດຍທ່ານ ວຽງທອງ ວົງທະວີໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງ ກວຕ, ທ່ານ ກະດິງທອງ ສິງດາລາ ຫົວໜ້າສູນວັດແທກ ແລະ ທ່ານ ອາລີວັນ ສີທາລາ ປະທານບໍລິສັດ ບໍລິສັດ ອິເຕີເນເຊີນນໍ ຊິດສ์ເຕັມ ລາວ ຈໍາກັດ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກະຊວງວິທະຍາສາດ ແລະເຕັກໂນໂລຊີ, laoedaily.com.la

ຮູບພາບຈາກ: ກະຊວງວິທະຍາສາດ ແລະເຕັກໂນໂລຊີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...