Homeຂ່າວຕ່າງປະເທດ2 ໂດຣນປ່ວນສະໜາມບິນອັງກິດ! ກວ່າ 700 ທ້ຽວບິນຕ້ອງຢຸດ

2 ໂດຣນປ່ວນສະໜາມບິນອັງກິດ! ກວ່າ 700 ທ້ຽວບິນຕ້ອງຢຸດ

Published on

ສຳນັກຂ່າວຕ່າງປະເທດລາຍງານສະຖານະການ ກໍລະນີມີມືມືດ ສົ່ງໂດຣນ 2 ລຳ ບິ່ນປ່ວນສະໜາມບິນ ແກຕວິດ ຊານນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 21 ທັນວາ 2018 ເຮັດໃຫ້ມີຖ້ຽວບິນກວ່າ 760 ຖ້ຽວຕ້ອງຍົກເລີກຕັ້ງແຕ່ຄືນຂອງວັນພຸດທີ 19 ທັນວາ 2018 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ໂດຍສານນັບແສນຄົນຕົກຄ້າງທີ່ສະໜາມບິນ.

ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດໄດ້ສົ່ງທະຫານຈຳນວນໜຶ່ງເຂົ້າໄປປະຈຳການຊົ່ວຄາວທີ່ສະໜາມ ບິນເພື່ອຊ່ວຍເຫຼືອຕຳຫຼວດໃນການປ້ອງກັນນ່ານຟ້າ ຈາກເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ບິນວົນວຽນຢູ່ເໜືອຣັນເວເປັນໄລຍະ ຢ່າງໜ້ອຍ 50 ຄັ້ງ ຕັ້ງແຕ່ວັນພຸດທີ່ຜ່ານມາ.

ດ້ານສຳນັກງານຕຳຫຼວດເຂດເກາະອັງກິດ ເຊິ່ງມີຂອບເຂດອຳນາດຄວບຄຸມສະໜາມບບິນ ກະຈາຍກຳລັງເຈົ້າໜ້າທີ່ປະຈຳການຫຼາຍຈຸດໃນຣັນເວ ເພື່ອສັງເກດການຄວາມເຄື່ອນໄຫວຂອງໂດຣນ ເບື້ອງຕົ້ນມີລາຍງານວ່າເຈົ້າໜ້າທີ່ອາດໃຊ້ມາດຕະການຂັ້ນເດັດຂາດດ້ວຍການຍິງໂດຣນຖິ້ມ ແຕ່ຕໍ່ມາເຈົ້າໜ້າທີ່ອອກມາປະຕິເສດໂດຍໃຫ້ເຫດຜົນດ້ານຄວາມປອດໄພຂອງປະຊາຊົນ ຢ່າງໃດກໍຕາມ ເຈົ້າໜ້າທີ່ຕັ້ງສົມມຸດຕິຖານວ່າ ສະຖານະການທີ່ເກີດຂຶ້ນບໍ່ໜ້າຈະເປັນການກໍ່ການຮ້າຍ ແຕ່ເປັນເຈດຕະນາສ້າງຄວາມປັ່ນປ່ວນໃນສະຖານທີ່ສາທາລະນະຫຼາຍກວ່າ.

ເຊິ່ງປັດຈຸບັນສະໜາມບິນແກຕວິດຊານ ນະຄອນຫຼວງລອນດອນ ໄດ້ເປີດໃຫ້ບໍລິການເປັນປົກກະຕິຕັ້ງແຕ່ວັນສຸກທີ 21 ທັນວາ 2018 ທີ່ຜ່ານມາ.

 

 

 

 

 

ຮຽບຮຽງຂ່າວ:​ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: khaosod, dailynews, thairath

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...