spot_img
Homeຂ່າວທ້ອງຖິ່ນຂົວທາງ ຕ້ອງການງົບ 1.200 ຕື້ກີບສ້ອມແປງທາງທົ່ວປະເທດ

ຂົວທາງ ຕ້ອງການງົບ 1.200 ຕື້ກີບສ້ອມແປງທາງທົ່ວປະເທດ

Published on

ປີ 2019, ກົມຂົວທາງ ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ ຕ້ອງການ​ງົບປະມານສ້ອມແປງທາງ​ຫຼາຍ​ກວ່າ 1.200 ຕື້ກີບ ​ໃສ່ຈໍານວນ 20 ໂຄງການ ແລະ 148 ສັນຍາ, ໃນນີ້, ຈະມີການສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຍົກລະດັບເສັ້ນທາງ, ກໍ່ສ້າງຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກປ້ອງກັນຄວາມສ່ຽງການເກີດອຸບັດຕິເຫດ ແລະ ອື່ນໆ. ສະເພາະ​ປີ 2018 ນີ້, ໄດ້ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ.

ຮອງ​ຫົວໜ້າ​ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ມອບ​ໝາຍ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ແຕ່ລະ​ທ້ອງ​ຖິ່ນ ​ລົງ​ສຳ​ຫລວດ​ກວດກາ​ສະພາບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ທີ່​ເປ່​ເພ ​ເພື່ອ​ກະກຽມ​ຂຶ້ນ​ແຜນ​ສ້ອມ​ແປງ​ໃນ​ປີ 2019 ນີ້, ໂດຍ​ມີ​ທັງ​ໝົດ 20 ​ໂຄງການ ແລະ 148 ສັນຍາ ​ເຊິ່ງມີຄວາມຕ້ອງການ​ງົບປະມານ​ໃນການກໍ່ສ້າງ ຫຼື ສ້ອມແປງງຫຼາຍ​ກວ່າ 1.200 ຕື້ກີບ ​ໃນ​ນີ້​, ບູລິ​ມະ​ສິດ​ປະ​ເພດ​ໜຶ່ງການ​ສ້ອມ​ແປງ ​ແລະ ຟື້ນຟູ​ເສັ້ນທາງ ​ຕ້ອງການ​ງົບກວ່າ 869 ຕື້ກີບ, ບູລິ​ມະ​ສິດ​ທີ​ສອງ​​ຟື້ນຟູ​ເສັ້ນທາງ​ທີ່​ເລີ່​ມ​ເປ່​ເພ ​ແລະ ຍົກ​ລະດັບເສັ້ນ​ທາງ ​ຕ້ອງການ​ງົບ​ກວ່າ 251 ຕື້ກີບ ​ແລະ ໜ້າ​ວຽກ​ບູລິ​ມະ​ສິດ​ທີ່​ສາມຄືກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ, ວາງ​ທໍ່​ລອດ​ທາງ​ໃໝ່, ຕິດຕັ້ງຫຼັກ​ປ້ອງ​ກັນ​ໃນ​ຈຸດ​ທີ່​ມີ​ຄວາມ​ສ່ຽງ​ເກີດ​ອຸປະຕິ​ເຫດ ​ຕ້ອງການ​ງົບ​ກວ່າ 93 ຕື້ກີບ. ​​ຜ່ານ​ການຄົ້ນຄວ້າ​ປຶກສາ​ຫາລື​ດ້ານ​ວິຊາ​ການ ກະຊວງ ຍທຂ ​ໄດ້​ຄັດ​ຈ້ອນ​ໂຄງການ​ທີ່​ຈະ​ປະຕິບັດ​ໃນ​ປີ 2019 ​ໄດ້​ຈຳນວນ​ໜຶ່ງ, ພ້ອມ​ທັງ​ກວດຄືນ ​ແລະ ປັບ​ລາຄາ​ຫົວໜ່ວຍ​ກໍ່ສ້າງ​ລົງ​ຕື່ມ​ ເພື່ອໃຫ້​ເໝາະ​ສົມ​ກັບ​ວຽກ​ຕົວ​ຈິງ​ໃນ​ມູນ​ຄ່າ 638 ກວ່າ​ຕື້ກີບ ​ປັດຈຸບັນ, ​ພວມ​ຢູ່​ໃນ​ຂັ້ນຕອນ​ການ​ຄັດ​ເລືອກ​ເອົາ​ບໍລິສັດ​ຮັບ​ເໝົາ​ທີ່​ມີ​ປະສົບ​ການ, ​ມີພາຫະນະກົນຈັກພຽງພໍ ແລະ ທາງ​ດ້ານ​ການ​ເງິນມີຄວາມໝັ້ນຄົງ.

ພ້ອມນັ້ນ,  ທ່ານ ​​ກ່າວຕື່ມ​ວ່າ: ​ໃນ​ປີ 2018 ນີ້, ວຽກ​ງານ​ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ມີ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ ເຊິ່ງພວມຢູ່ໃນການຈັດຕັ້ງປະຕິບັດ ແຕ່ມີ 2 ສັນຍາ​ຄື: ການສ້ອມ​ແປງ​ເສັ້ນທາງ​ເລກທີ 11 ແຂວງ ​ຄຳ​ມ່ວນ ​ແລະ ​ທາງ​ເລກທີ 9A+11 ແຂວງ ​ສະຫວັນ​ນະ​ເຂດ ຍັງບໍ່ທັນໄດ້ປະຕິບັດ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແລ່ງຂໍ້ມູນຈາກ: laophattananews.com

ຮູບພາບຈາກ:vientianemai.net

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...