spot_img
Homeຂ່າວຕ່າງປະເທດເດັກນ້ອຍອິນໂດ ໃຊ້ມືແທນຕີນຍ່າງໄປໂຮງຮຽນທຸກມື້

ເດັກນ້ອຍອິນໂດ ໃຊ້ມືແທນຕີນຍ່າງໄປໂຮງຮຽນທຸກມື້

Published on

ສໍານັກຂ່າວຈາກ AFP ລາຍງານຈາກປະເທດອິນໂດເນເຊຍ ວັນທີ 20 ທັນວາ 2018 ວ່າ ເດັກຊາຍ ມູຄລິສ ໂຮລິດ ອາຍຸພຽງ 8 ປີ ເປັນນັກຮຽນ ປ 3 ທີ່ມີຮ່າງກາຍພິການຂາລີບນ້ອຍ, ລາວສູງພຽງແອວຂອງໝູ່ເພື່ອນເທົ່ານັ້ນ ໂດຍອາໄສຢູ່ກັບແມ່ໃນເຮືອນຫຼັງນ້ອຍໃນໝູ່ບ້ານແຫ່ງໜຶ່ງ ແຂວງ ເວສຊວາ ປະເທດ ອິນໂດເນເຊຍ. ແຕ່ລະມື້, ລາວຕ້ອງຍ່າງໄປໂຮງຮຽນໃນໄລຍະເວລາ 6 ກິໂລແມັດ ຍ່າງຜ່ານເສັ້ນທາງທີ່ມີພູ ແລະ ຂົວໄມ້ເກົ່າໆ ດ້ວຍສອງມືທີ່ໃສ່ເກີບແຕະເອົາໄວ້ສໍາລັບກັນຄວາມຮ້ອນຈາກພື້ນ ຂະນະທີ່ຕີນຂອງລາວມີເກີບໃສ່ຄືກັນ ແຕ່ກໍລອຍຢູ່ກາງອາກາດ ພ້ອມກັບພາຍຖົງທາງຫຼັງ.

ເລື່ອງລາວຂອງເດັກຊາຍ ໂຮລິດ ເປັນທີ່ໜ້າປະທັບໃຈຂອງຜູ້ຄົນທີ່ກໍາລັງສູ້ຊີວິດ ເຖິງຮ່າງກາຍຈະພິການ ສ້າງຄວາມປະທັບໃຈໃຫ້ຄົນອິນໂດເນເຊຍທີ່ມີປະຊາກອນ 260 ລ້ານຄົນ ຈົນສົ່ງຜົນເຮັດໃຫ້ ໂຮລິດ ມີໂອກາດເຂົ້າພົບປະທານາທິບໍດີ ໂຈໂຄ ວິໂດໂດ ຫຼັງສື່ມວນຊົນໄດ້ນໍາສະເໜີເລື່ອງລາວດັ່ງກ່າວ. ແມ່ຂອງ ໂຮລິດບອກວ່າ: “ລູກຊາຍຍັງຍ່າງໄປໂຮງຮຽນທຸກມື້ ຖ້າມີເງີນຈະຈ້າງລົດຈັກຮັບຈ້າງໄປສົ່ງລາວທີ່ໂຮງຮຽນ ແຕ່ລູກຊາຍບໍ່ໄດ້ຈົ່ມຫຍັງທັງສິ້ນ ບໍ່ວ່າຝົນຈະຕົກ ຫຼື ແດດຈະຮ້ອນປານໃດ ລາວກໍຍັງໄປໂຮງຮຽນກັບໝູ່ທຸກມື້”.

ໂຮລິດ ມີໂອກາດພົບກັບປະທານາທິບໍດີ ໂຈໂຄ ວິໂດໂດ ວັນທີ 3 ທັນວາ ທີ່ຜ່ານມາ ກົງກັບວັນພິການສາກົນ ເຊິ່ງ ວິໂດໂດ ໄດ້ເປີດເຜີຍວ່າ: “ໄດ້ຖາມ ໂຮລິດ ວ່າຢາກໄດ້ຫຍັງຫຼືບໍ່ (ຄິດວ່າລາວຄົງຈະຢາກໄດ້ຂອງຂວັນ) ແຕ່ຄໍາຕອບຄື ລາວບໍ່ຕ້ອງການຫຍັງ ມີພຽງບອກວ່າຕ້ອງການຮຽນຮອດມະຫາວິທະຍາໄລ ແລະ ມີຄວາມສຸກທີ່ໄດ້ພົບກັບປະທານາທິບໍດີ ວິໂດໂດ ເຊິ່ງເປັນໄອດໍ້ຂອງລາວ. ໂຮລິດ ໄດ້ບອກວ່າຕົນຕື່ມວ່າມີຄວາມຝັນຫຼາຍຢ່າງ ທັງຢາກເປັນນັກດັບເພີງ, ເປັນໝໍ ແລະ ນັກບິນອາວະກາດ”.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...