Homeຂ່າວຕ່າງປະເທດອາເມລິກາ ຂວໍ້າບາດ ລັດເຊຍ ອ້າງມີສ່ວນແຊກແຊງການເລືອກຕັ້ງ

ອາເມລິກາ ຂວໍ້າບາດ ລັດເຊຍ ອ້າງມີສ່ວນແຊກແຊງການເລືອກຕັ້ງ

Published on

ສະຫະລັດອາເມລິກາ ປະກາດມາດຕະການຂວໍ້າບາດ ລັດເຊຍຮອບໃໝ່ ໃນວັນທີ 19 ທັນວາ 2018 ຜ່ານມາ ດ້ວຍກໍລະນີຂໍ້ກ່າວຫາວ່າ ລັດເຊຍເຂົ້າມາແຊກແຊງການເລືອກຕັ້ງປະທານາທິບໍດີໃນປີ 2016.

ລາຍຊື່ບຸກຄົນທີ່ຖືກປະກາດມາດຕະການຂວໍ້າບາດມາດຕາໃໝ່ມີທັງໝົດ 15 ຄົນ ນັບແຕ່ເຈົ້າໜ້າທີ່ທາງການທະຫານ ແລະ ບໍລິສັດ 4 ແຫ່ງ ຂອງລັດເຊຍ ໂດຍລະບຸວ່າ: “ມີສ່ວນກ່ຽວຂ້ອງກັບການເຂົ້າມາແຊກແຊກການເລືອກຕັ້ງ ພ້ອມທັງມີການແຮັກຂໍ້ມູນຂອງອົງການລະຫວ່າງປະເທດ ແລະ ການກໍ່ການຮ້າຍທີ່ເກີດຂຶ້ນໃນທົ່ວໂລກ”. ການປະກາດມາດຕະການຂວໍ້າບາດຄັ້ງໃໝ່ຂອງອາເມລິກາຕໍ່ລັດເຊຍ ມີຂຶ້ນພ້ອມກັບການປະກາດຍົກເລີກມາດຕະການຄວໍ້າບາດ 2 ບໍລິສັດຂອງລັດເຊຍ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th

ຮູບພາບຈາກ: tnnthailand.com

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...