spot_img
Home​ຂ່າວທ່ອງທ່ຽວພູແມນຕອບສະໜອງທຸກຄວາມຕ້ອງການ

ພູແມນຕອບສະໜອງທຸກຄວາມຕ້ອງການ

Published on

ຖ້າຫາກທ່ານກຳລັງຊອກຫາສະຖານທີ່ໄວ້ພັກຜ່ອນຍ່ອນໃຈ ຫຼື ສະຖານທີ່ສຳລັບປະຊຸມພູແມນຫຼວງພະບາງເປັນສະຖານທີ່ທີ່ເໝາະສົມທີ່ສຸດສຳລັບທ່ານ.

ນະຄອນຫຼວງພະບາງເປັນນະຄອນທີ່ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດອັນສວຍງາມ ດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງບໍ່ຂາດສາຍ. ໃນແຕ່ລະປີ, ເຮົາຈະເຫັນທີ່ພັກ, ໂຮງແຮມ ຫຼື ຣີສອດໃໝ່ໆເກີດຂື້ນຢູ່ເລື້ອຍໆ; ແລະ ໂຮງແຮມສ່ວນໃຫຍ່ຈະເລືອກເຈາະຈົງໃຫ້ບໍລິການເປັນສະຖານທີ່ພັກຜ່ອນເທົ່ານັ້ນ, ບໍ່ໄດ້ມີບໍລິການທີ່ເຈາະຈົງຫຼືມີພື້ນທີ່ເພື່ອຈັດງານທາງການ ຫຼື ງານສຳລັບທຸລະກິດ. ແຕ່ພູແມນຫຼວງພະບາງໄດ້ລວມທຸກຄວາມຕ້ອງການຂອງລູກຄ້າທຸກແບບຢູ່ທີ່ແຫ່ງນີ້.

ພູແມນຫຼວງພະບາງ ຖືວ່າເປັນໂຮງແຮມທີ່ໃຫຍ່ທີ່ສຸດໃນນະຄອນຫຼວງພະບາງ ດ້ວຍຫ້ອງພັກ123 ຫ້ອງ ໃນພື້ນທີ່16 ເຮັກຕາ ລ້ອມຮອບດ້ວຍທົ່ງນາຂຽວອຸ່ມທຸ່ມ ແລະ ທິວທັດຂອງພູເຂົາທີ່ທ່ານສາມາດເຫັນໄດ້ຈາກທຸກມຸມຂອງໂຮງແຮມ. ການອອກແບບຂອງໂຮງແຮມໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ເປັນກັນເອງ ມີການແຍກພື້ນທີ່ແຕ່ລະສ່ວນອອກຈາກກັນຢ່າງສະຫຼຽວສະຫຼາດ ເຮັດໃຫ້ທ່ານຮູ້ສຶກໄດ້ເຖິງຄວາມເປັນສ່ວນຕົວ, ສະຫງົບ ແລະ ເພີດເພີນໄປກັບຄວາມງາມຂອງທຳມະຊາດຂອງເມືອງນີ້ໄດ້ຢ່າງສະບາຍໃຈ.

ໂຮງແຮມແຫ່ງນີ້ເປັນສະຖານທີ່ທີ່ເໝາະສົມຫຼາຍສຳລັບນັກເດີນທາງທີ່ຕ້ອງການສະຖານທີ່ສຳລັບຈັດກອງປະຊຸມ, ສຳມະນາ ຫຼື ງານວາງສະແດງຕ່າງໆ. ເຮົາສາມາດເວົ້າໄດ້ວ່າ ພູແມນ ຫຼວງພະບາງ ແມ່ນໂຮງແຮມອັນດັບໜຶ່ງໃນຫຼວງພະບາງທີ່ເໝາະສົມທີ່ສຸດໃນການຈັດງານ ດ້ວຍພື້ນທີ່ທີ່ກວ້າງຂວາງ, ອຸປະກອນທີ່ຄົບຄັນ, ຫ້ອງຄົວທີ່ທັນສະໄໝ, ພື້ນທີ່ສຳລັບກອງປະຊຸມຍ່ອຍ (Breakout Session), ຫຼື ເຄື່ອງອຳນວຍຄວາມສະດວກອື່ນໆທີ່ພ້ອມໃຫ້ບໍລິການຕາມຄວາມຕ້ອງການຂອງລູກຄ້າ.

ທາງໂຮງແຮມບໍ່ພຽງແຕ່ເໝາະສົມແກ່ການຈັດກອງປະຊຸມສໍາມະນາຕ່າງໆເທົ່ານັ້ນ, ສະຖານທີ່ແຫ່ງນີ້ຍັງເໝາະແກ່ການພັກຜ່ອນຍ່ອນອາລົມແບບຄອບຄົວເຊັ່ນດຽວກັນ. ພູແມນຫຼວງພະບາງມີສະລອຍນໍ້າຈໍານວນ 3 ສະ ແລະ ມີຕະຫຼູດຂ້າງສະລອຍນໍ້າເພື່ອເພີ່ມຄວາມມ່ວນຊື່ນໃຫ້ແກ່ທ່ານອີກດ້ວຍ. ພ້ອມດຽວກັນຍັງມີຫ້ອງອອກກໍາລັງກາຍ, ຫ້ອງຫຼິ້ນຂອງເດັກນ້ອຍທີ່ເຕັມໄປດ້ວຍຂອງຫຼິ້ນຫຼາກຫຼາຍປະເພດ ພ້ອມພະນັກງານຂອງໂຮງແຮມທີ່ເຝົ້າດູແລຄວາມປອດໄພໃຫ້ແກ່ລູກຫຼານຂອງທ່ານ. ນອກຈາກນັ້ນ, ທາງໂຮງແຮມຍັງມີຄອສແບບຕ່າງໆໄວ້ຄອຍບໍລິການລູກຄ້າເຊັ່ນ: ການອອກກໍາລັງແບບໄທຊິ, ການຍ່າງໄວ  ຫຼື Power Walking, ໂຍຄະ, ກິລາໂປໂລໃນນໍ້າ ແລະ ຍັງມີຄອສພາສາລາວສຳລັບນັກທ່ອງທ່ຽວຕ່າງປະເທດອີກດ້ວຍ.

ຫ້ອງພັກແຕ່ລະຫ້ອງມີການຕົບແຕ່ງແບບລາວພື້ນເມືອງປະສົມປະສານກັບການຕົບແຕ່ງແບບຮ່ວມສະໄໝ ເພື່ອຄົງຮັກສາໄວ້ມໍລະດົກຂອງລາວດັ່ງນິຍາມຂອງເມືອງແຫ່ງນີ້ ແລະ ມີອຸປະກອນອຳນວຍຄວາມສະດວກຕ່າງໆທີ່ທັນສະໄໝໃນແຕ່ລະຫ້ອງ ເພື່ອອຳນວຍໃຫ້ການພັກຜ່ອນຂອງທ່ານສະບາຍທີ່ສຸດ. ຫ້ອງພັກແຕ່ລະຫ້ອງມີຂະໜາດກວ້າງຂວາງ, ຫ້ອງພັກແບບ Deluxe ມີຄວາມກວ້າງເຖິງ 42 ຕາລາງແມັດ; ແລະພິເສດໄປກວ່ານັ້ນ, ທາງໂຮງແຮມຍັງມີຫ້ອງພັກແບບພິເສດທີ່ມີສອງຫ້ອງນອນ ແລະ ສະລອຍນໍ້າໃນຫ້ອງ ສຳລັບລູກຄ້າທີ່ຕ້ອງການຄວາມເປັນສ່ວນຕົວ ເພື່ອຜ່ອນຄາຍຄວາມອິດເມື່ອຍ ແລະ ເຕັມອີ່ມໄປກັບການບໍລິການທີ່ເໜືອໄປອີກຂັ້ນ.

ຫ້ອງອາຫານ L’Atelier ທີ່ໂຮງແຮມພູແມນ ຫຼວງພະບາງ ແມ່ນໃຫ້ບໍລິການໝົດມື້ ໂດຍມີຫ້ອງຄົວແບບເປີດເຊິ່ງແຂກທີ່ເຂົ້າມາໃຊ້ບໍລິການສາມາດຮັບຊົມການປຸງແຕ່ງອາຫານ ແລະ ສາມາດສື່ສານກັບພໍ່ຄົວ-ແມ່ຄົວໃນຂະນະແຕ່ງກິນໄດ້. ທ່ານຈະສາມາດຮັບຊົມຂັ້ນຕອນການປຸງແຕ່ງອາຫານທີ່ພິຖີພິຖັນ ແລະ ວັດຖຸດິບຄຸນນະພາບທີ່ໂຮງແຮມເລືອກໃຊ້ ເພື່ອຮັບປະກັນວ່ານອກຈາກລົດຊາດຂອງອາຫານຈະແຊບແລ້ວ ແມ່ນຍັງປອດໄພອີກດ້ວຍ. ໃນໃກ້ໆນີ້, ທາງໂຮງແຮມຈະເຮັດສວນຜັກປອດສານພິດ ໃນພື້ນທີ່ຂອງໂຮງແຮມ ເພື່ອປູກພືດຜັກ ແລະ ສະໝຸນໄພຊະນິດຕ່າງໆເພື່ອສະໜອງວັດຖຸດິບໃຫ້ແກ່ຫ້ອງອາຫານຂອງໂຮງແຮມ.

ດ້ວຍກິດຈະກໍາທີ່ຫຼາກຫຼາຍ, ພື້ນທີ່ທີ່ກວ້າງຂວາງ, ຫ້ອງພັກທີ່ສະດວກສະບາຍ ພ້ອມດ້ວຍການບໍລິການທີ່ດີເລີດ ພູແມນຫຼວງພະບາງຈະມອບປະສົບການພັກຜ່ອນທີ່ເພີດເພີນທີ່ສຸດໃຫ້ແກ່ທ່ານ. ບໍ່ມີສະຖານທີ່ອື່ນທີ່ຈະປະສົມປະສານສະຖານທີ່ພັກຜ່ອນ ແລະ ສະຖານທີ່ສຳລັບປະຊຸມໄດ້ດີກວ່ານີ້ອີກແລ້ວ, ບໍ່ວ່າຈະເປັນການຈັດກອງປະຊຸມ ຫຼື ການມາພັກຜ່ອນກັບຄອບຄົວ ແມ່ນບໍ່ມີສະຖານທີ່ໃດເໝາະສົມກັບທ່ານເທົ່ານີ້ອີກແລ້ວ!

 

 

 

ວິທີເດີນທາງ:

ໃຊ້ເວລາ10 ນາທີໃນການຂັບລົດຈາກຕົວເມືອງຫຼວງພະບາງມາທີ່

ໂຮງແຮມ ພູແມນ ຫຼວງພະບາງ. ສາມາດຈອງຫ້ອງພັກ ແລະ

ສອບຖາມຂໍ້ມູນອື່ນໆໄດ້ທີ່ www.accorhotels.com

 

 

ແຫຼ່ງຂໍ້ມູນ: ວາລະສານຈໍາປາເມືອງລາວສະບັບເດືອນມັງກອນ-ກຸມພາ 2019

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...