spot_img
Homeຂ່າວຕ່າງປະເທດອາເມລິກາ ຖອນກໍາລັງທະຫານອອກຈາກ ຊີຣີ

ອາເມລິກາ ຖອນກໍາລັງທະຫານອອກຈາກ ຊີຣີ

Published on

ສໍານັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງວໍຊິງຕັນ ສະຫະລັດອາເມລິກາ ໃນວັນທີ 19 ທັນວາ 2018 ວ່າ ໄມ ເພນ ຮອງປະທານາທິບໍດີສະຫະລັດອາເມລິກາ ເປີດເຜີຍໃນຂະນະທີ່ເຂົ້າຮ່ວມປະຊຸມກັບຜູ້ນໍາທະຫານລະດັບສູງ ກະຊວງປ້ອງກັນປະເທດຂອງສະຫະລັດ (ເພນຕາກອນ) ວ່າ ໂດນັລ ທຣໍ້າ ປະທານາທິບໍດີສະຫະລັດອາເມລິກາ ຖອນທະຫານທັງໝົດປະມານ 2.000 ຄົນ ອອກຈາກຊີຣີໄວທີ່ສຸດ ຫຼັງຈາກທີ່ ທຣໍ້າ ປະກາດໄຊຊະນະໃນການເອົາຊະນະກັບກຸ່ມ IS ຜ່ານທາງທະວິດເຕີ. ດ້ານຖະແຫຼງການຂອງກະຊວງປ້ອງກັນປະເທດແຫ່ງສະຫະລັດ ລະບຸວ່າ: ກໍາລັງກຽມດໍາເນີນການໃນຂັ້ນຕໍ່ໄປ ຄາດວ່າເຈົ້າໜ້າທີ່ອາເມລິກາທຸກຄົນຈະອອກຈາກຊີຣີໃນກາງເດືອນມັງກອນປີໜ້າ.

ທຣໍ້າ ກໍໄດ້ຂຽນຂໍ້ຄວາມລົງທະວິດເຕີວ່າ: “ເຮົາຊະນະ IS ໃນຊີຣີແລ້ວ ນັ້ນເປັນເຫດຜົນດຽວທີ່ເຮົາໄປຊີຣີ”. ເຊິ່ງຜ່ານມາ ທຣໍ້າ ໄດ້ພະຍາຍາມເວົ້າເຖິງການຖອນທະຫານ ຕັ້ງແຕ່ຕອນລົງສະມັດຊາໃຫຍ່ຊີງຕໍາແໜ່ງປະທານາທິບໍດີ ແຕ່ຕໍ່ມາຫາຂໍ້ສະຫຼຸບບໍ່ໄດ້ໃນບັນດາທີ່ປຶກສາການທະຫານຂອງຕົນເອງ. ຄໍາປະກາດໄຊຊະນະຄັ້ງນີ້, ເປັນໄປຕາມຂໍ້ຮຽກຮ້ອງຂອງສະມາຊີກສະພາ ຄອງເກຣດ ກັບສະມາຊິກສະພາ ຣີພັບລິກັນ ທີ່ຂໍຂໍ້ມູນ ແລະ ການບັນຍາຍສະຫຼຸບສະຖານນະການຢ່າງເປັນທາງການວ່າ ສະຫະລັດຄວນຈະຖອນທະຫານ ຫຼື ບໍ່ ຂະນະທີ ສ.ວ ວິນເດິເຊຍ ເກຣແຮມ ຫາກໍກັບມາກຈາກການຢ້ຽມຢາມອາຟະການິດສະຖານ.

ເມື່ອບໍ່ເທົ່າໃດອາທິດຜ່ານມາ, ຍັງສະແດງໃຫ້ເຫັນວ່າ IS ຍັງຕົກຄ້າງຢູ່ ແລະ ນະໂຍບາຍຂອງສະຫະລັດຄື ຍັງຕ້ອງໃຊ້ກໍາລັງໄວ້ຈົນ IS ຈະຖືກປາບປາມຢ່າງຮາບກ້ຽງ, ສ່ວນອິດສະຣາແອນ ຍັງເປັນຫວ່ງອີຣານເຂົ້າໄປສ້າງອິດທິພົນໃນຊີຣີ ແລະ ອາດຈະສົ່ງຜົນໃນການຮຸກຮານ IS.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: khaosod.co.th, matichon.co.th, dailynews.co.th

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...