Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານບຳລຸງ ກະດູກ

ອາຫານບຳລຸງ ກະດູກ

Published on

วิธีทำให้กระดูกแข็งแรง

ເນື່ອງ​ຈາກ ກະດູກ ຈະ​ປ່ອຍ​ແຄ​ຊຽມ​ໃຫ້​ແກ່​ເລືອດ​ໃນ​ປະລິມານ​ນ້ອຍ​ໆ ທຸກ​ມື້ ໂດຍ​ເລືອດ​ຈະ​ນຳ​ແຄ​ຊຽມ​ຈາກ ກະດູກ ໄປ​ໃຊ້​ເຮັດ​ຫນ້າທີ່​ຕ່າງໆ ຫລວງຫລາຍ ຂະນະ​ດຽວ​ກັນ​ຮ່າງກາຍ​ກໍ​ຈະ​ນຳ​ເອົາ​ແຄ​ຊຽມ​ຈາກ​ເລືອດ​ໝູນກັບ​ເຂົ້າໄປ​ເກັບ​ໄວ້​ໃນ​ກະດູກ​ທຸກ​ມື້​ເຊັ່ນກັນ ເຊິ່ງ​ແຄ​ຊຽມ​ທີ່​ໄດ້​ກໍ​ມາ​ຈາກ​ການ​ດູດ​ຊຶມ​ຈາກ​ທາງເດີນ​ອາຫານ​ມື້​ລະ​ສອງ​ສາມ​ເທື່ອ ຕາມ​ມື້​ອາຫານ​ທີ່​ເຮົາ​ຮັບປະທານ​ເຂົ້າໄປ​ນັ້ນ​ເອງ

ໃນ​ແຕ່​ລະ​ມື້​ຮ່າງກາຍ​ຕ້ອງ​ການ​ແຄ​ຊຽມ​ປະ​ມານ 800-1, 200ມິນ​ລິ​ກຣາມ ອາຫານ​ທີ່​ອຸດົມ​ໄປດ້ວຍ​ແຄ​ຊຽມ​ສູງ​ຫລາຍ ກໍ່ຄື ນົມ​ສົດ ປາ​ໂຕ​ນ້ອຍ​ໆ ປູ​ ເຄື່ອງ​ດື່ມ​ລົດ​ຊອັກ​ໂກ​ ແລັດ ລວມ​ເຖິງ​ອາຫານ​ພື້ນ​ບ້ານ​ຊາວ​ກໍ່ຄື ກົບ ຂຽດ ເປັນ​ຕົ້ນ ຈັດ​ໄດ້​ວ່າ​ເປັນ​ອາຫານ​ທີ່​ມີ​ແຄ​ຊຽມ​ສູງ​ຫລາຍ ນອກ​ຈາກ​ນີ້​ຍັງມີ ໂຍ​ເກິດ ກຸ້ງ ເຕົ້າ​ຫູ້ ແລະ ​ຜັກ​ບາງ​ຊະນິດ​   ຈຳ​ພວກ​ຜັກ​ໃບ​ຂຽວ ກໍ​ມີ​ແຄ​ຊຽມ​ເຊັ່ນ​ກັນ

ຮັບ​ແຄ​ຊຽມ​ໜ້ອຍ​ເກີນ​ໄປ​ຈະ​ເກີດ​ຫຍັງ​ຂຶ້ນ

ຖ້າ​ເປັນ​ໃນ​ເດັກນ້ອຍ​ຈະ​ມີ​ການສ້າງ​ກະດູກ​ ເຮັດໃຫ້​ການ​ຈະເລີນ​ເຕີບໂຕ​ບໍ່ດີ ແລະ​ຄວາມ​ຫນາແຫນ້ນ​ຂອງ​ກະດູກ​ບໍ່​ເຖິງ​ຈຸດ​ສູງ​ສຸດ ​ສຳລັບ​ຜູ້ໃຫຍ່​ເຮັດໃຫ້​ຄວາມ​ຫນາແຫນ້ນ​ຂອງ​ກະດູກ​ນ້ອຍ​ລົງ ກະດູກ​ບໍ່​ແຂງ​ແຮງ ເປັນ​ເອັນຈັງ​ງ່າຍ ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ກະດູກ​ຜ່ອຍ

ຮັບ​ແຄ​ຊຽມ​ຫລາຍ​ເກີນໄປ​ຈະ​ເກີດ​ຫຍັງ​ຂຶ້ນ

ແຄ​ຊຽມ ​ຈາກ​ການ​ຮັບປະທານ​ອາຫານ ຈະ​ບໍ່​ຫລາຍ​ເກີນ​ຈົນ​ເກີດ​ພິດ​ຕໍ່​ຮ່າງກາຍ ແຕ່​ອາດ​ສົ່ງ​ຜົນ​ໃຫ້​ໄດ້ຮັບ​ສານ​ອາຫານ​ຢ່າງ​ອື່ນ​ຫລາຍ​ເກີນ​ຄວາມ​ຕ້ອງ​ການ ​ຂອງ​ຮ່າງກາຍ​ໄດ້ ເຊັ່ນ ໂຊ​ດຽມ ໄຂ​ມັນ ເປັນ​ຕົ້ນ ແຕ່​ຖ້າຫາກ​ຮັບ​ແຄ​ຊຽມ​ຈາກ​ອາຫານ​ເສີມ ຈະ​ຕ້ອງ​ລະ​ວັງ​ເລື່ອງ​ສົມ​ດຸນ​ຂອງ​ແຄ​ຊຽມ ເພາະ​ຖ້າ​ເສີມ​ແຄ​ຊຽມ​ເປັນ​ປະຈຳ​ຫລາຍ​ເກີນ​ໄປ ໂດຍ​ທີ່​ຮ່າງກາຍ​ມີ​ພາ​ວະ​ ແມກ​ນີ​ຊຽມ ​ຕ່ຳ ເຊິ່ງ​ແມກ​ນີ​ຊຽມ​ ຈະ​ເປັນ​ຕົວ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ແຄ​ຊຽມ ອາດ​ເກີດ​ບັນຫາ​ແຄ​ຊຽມ​ໄປ​ສະ​ສົມ​ຢູ່​ຕາມ​ກ້າມ​ຊີ້ນ ຈົນ​ເປັນ​ເຫດ​ໃຫ້​ການຫົດ​ຕົວ​ຂອງ​ກ້າມ​ຊິ້ນບໍ່​ປົກກະຕິ ເກີດ​ອາການ​ສັ່ນ ເປັນ​ເອັນຈັງ  ຈະ​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ​ຕີບ ຫລອດ​ເລືອດ​ຫົວ​ໃຈ​ແຂງ​ໂຕເປັນ​ຕົ້ນ ຖ້າ​ຫາກ​ເສີມ​ແຄ​ຊຽມ​ສູງ ກໍ​ຄວນ​ເສີມ​ແຫລ່ງ​ອາຫານ​ທີ່​ມີ​ ແມກ​ນີ​ຊຽມ ​ສູງ​ໃຫ້​ໄດ້​ສົມ​ດຸນ​ກັນ​ໄປ​ນໍາເຊັ່ນ​ກັນ

ດັ່ງ​ນັ້ນ ກາ​ບໍ​ລິ​ໂພກ​ແຄ​ຊຽມ​ພຽງ​ຢ່າງ​ດຽວ ຈຶ່ງ​ບໍ່​ພຽງ​ພໍ​ຕໍ່​ການ​ເສີມ​ສ້າງ​ກະດູກ ເພາະ​ນອກ​ຈາກ​ແຄ​ຊຽມ​ແລ້ວ ກະດູກ​ຍັງ​ຕ້ອງ​ການ​ວິ​ຕາ​ມິນ​ດີ ແມກ​ນີ​ຊຽມ ວິ​ຕາ​ມິນ​ເຄ  ສັງ​ກະ​ສີ ແລະ ອື່ນໆ

ວິ​ຕາ​ມິນ​ດີ: ຖ້າ​ຮ່າງກາຍ​ໄດ້ຮັບ​ວິ​ຕາ​ມິນ​ດີ​ບໍ່​ພຽງ​ພໍ​ຈະ​ເຮັດໃຫ້​ຮ່າງກາຍ​ດູດ​ຊັບ​ແຄ​ຊຽມ​ໄດ້​ພຽງ  10-15 ສ່ວນຮ້ອຍເທົ່າ​ນັ້ນ ແຫລ່ງ​ຂອງ​ວິ​ຕາ​ມິນ​ດີ​ທີ່​ສຳຄັນ​ຄື ແສງ​ແດດ ອາຫານ​ທີ່​ມີ​ວິ​ຕາ​ມິນ​ດີ ຄື ນົມ ປາ​ແຊນ​ມອນ ກຸ້ງ ເປັນ​ຕົ້ນ

ແມກ​ນີ​ຊຽມ: ປະລິມານ​ເຄິ່ງ​ໜຶ່ງ​ຂອງ​ແມກ​ນີ​ຊຽມ​ໃນ​ຮ່າງກາຍ​ຢູ່​ທີ່​ກະດູກ ເຊິ່ງ​ຈະ​ຊ່ວຍ​ດູດ​ຊັບ​ແລະ​ໃຊ້​ວິ​ຕາ​ມິນ​ດີ ອາຫານ​ທີ່​ມີ​ແມກ​ນີ​ຊຽມ​ສູງ ເຊັ່ນ ຖົ່ວອາວມອນເປັນຕົ້ນ

ວິ​ຕາ​ມິນ​ເຄ: ຊ່ວຍ​ໃຫ້​ກະດູກ​ແຂງ​ແຮງ ບໍ່​ຫັກ​ງ່າຍ ອາຫານ​ທີ່​ມີ​ວິ​ຕາ​ມິນ​ເຄ​ສູງ ເຊັ່ນ  ບັອກ​ໂຄ​ລີ ຜັກ​ໃບ​ຂຽວ

ເກືອ​ແຮ່: ນອກ​ຈາກ​ນີ້​ໃນ​ແຕ່​ລະ​ມື້​ຮ່າງກາຍ​ຍັງ​ຕ້ອງ​ການ ​ສັງ​ກະ​ສີ​ຖົ່ວ ທັນ​ຍະ​ພືດ​ຕ່າງໆ ໝາກນັດໝາກເລັ່ນ ແລະ ​ເຕົ້າ​ຮູ້  ສ່ວນ​ອາຫານ​ທະ​ເລ ຊີ້ນ​ແດງ ຖົ່ວ ເປັນ​ແຫລ່ງ​ຂອງ​ສັງ​ກະສີ

ອາຫານ​ບຳ​ລຸງ ກະ​ດູກ

ໂດຍ​ສະຫລຸບ ຮ່າງກາຍ​ຕ້ອງ​ການ​ແຄ​ຊຽມ​ປະ​ມານ​ມື້​ລະ 800- 1, 200ມິ​ລິ​ກຣາມ ຕ້ອງ​ການ​ແມກ​ນີ​ຊຽມ​ມື້​ລະ​ປະ​ມານ 150ມິ​ລິ​ກຣາມ ຕ້ອງ​ການ​ວິ​ຕາ​ມິນ​ດີ​ມື້​ລະ 200ໜ່ວຍສາກົນ ຖ້າຫາກ​ຮັບປະທານ​ອາຫານ​ໃຫ້​ຖືກ​ສັດ​ສ່ວນ ເພີ່ມ​ຜັກ​ໃບ​ຂຽວ ເສີມ​ດ້ວຍ​ຖົ່ວ ແລະ ​ອາຫານ​ທະ​ເລ​ເລື້ອຍໆ ກໍ​ບໍ່​ຕ້ອງ​ກັງ​ວົນ​ວ່າ ​ຈະເສຍກະດູກກ່ອນໄວອັນຄວນອີກຕໍ່ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...