spot_img
Homeຂ່າວທ້ອງຖິ່ນ ​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ​ເປີດ​ບໍ​ລິ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນຟຣີແຕ່ວັນທີ 17-21 ທັນວາ

 ​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ​ເປີດ​ບໍ​ລິ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນຟຣີແຕ່ວັນທີ 17-21 ທັນວາ

Published on

​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ເປີດ​ບໍ​ລິ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນ ໂດຍ​ບໍ່​ໄດ້​ເສຍ​ຄ່າ ຂຶ້ນ​ວັນ​ທີ 17 ທັນວາ ຈົນເຖິງວັນທີ 21 ທັນວາ 2018 ທີ່​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ທົ່ງ​ປົ່ງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍໄດ້ຮັບການຮ່ວມມືຈາກໂຮງ­ໝໍ​ປະ­ຊາ­ຊົນ​ເລກ 2 ແຂວງ​ຢຸນ​ນານ ສປ ຈີນ.

ທ່ານ ສີ​ເພັດ​ທະ​ວົງ ສີ​ສະ­ເຫຼີມ​ສັກ ຮອງ​ອຳ­ນວຍ​ການ​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ກ່າວ​ວ່າ: “​ໂຮງ­ໝໍ​ປະ­ຊາ­ຊົນ​ເລກ 2 ແຂວງ​ຢຸນ​ນານໄດ້​ນຳ​ເອົາ​ວັດ­ຖຸ ອຸ­ປະ­ກອນ​ການ​ແພດ​ ແລະ ຢາຈໍານວນໜຶ່ງເຂົ້າ​ມາ​ຊ່ວຍ­ເຫຼືອ ຜ່າ­ຕັດ​ພະ­ຍາດ​ແກ່ນ​ຕາ​ຂຸ້ນ​ໂດຍ​ບໍ່​ເສຍ​ຄ່າໃຫ້​ປະ­ຊາ­ຊົນ​ຜູ້​ທີ່​ມີ​ບັນ­ຫາ​​ສາຍ­ຕາ​ພິ­ການ ແລະ ເປັນ​ໂຄງ­ການ​ໜຶ່ງ​ທີ່​ມີ​ປະ​ສິດ­ທິ​ຜົນ​ດີ ທີ່​ນຳ​ເອົາ​ແສງ​ສະ­ຫວ່າງ​ມາ​ໃຫ້​ເຂົາ­ເຈົ້າ​ ເໝືອນ​ກັບ​ມາ​ມີ​ຊີ­ວິດ​ໃໝ່ອີກຄັ້ງ​ໃນ​ການ​ທຳ​ມາ​ຫາ​ກິນ ແລະ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການພັດທະນາ​ປະ­ເທດ​ຊາດ. ພ້ອມນັ້ນ, ໂຮງໝໍດັ່ງກ່າວ ​ໄດ້​ນຳ​ເອົາ​ອຸ­ປະ­ກອນ​ການ​ແພດ ແລະ ຢາ​ຈຳ­ນວນ​ໜຶ່ງ ລວມມູນ​ຄ່າ 678.391 ຢວນ (ຫຼື ປະ­ມານ 830​ ລ້ານ​ກີບ) ໃຫ້​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານການປິ່ນປົວຕາໃຫ້ມີປະສິດທິພາບດີຂຶ້ນ”.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່, ໜັງສືພິມເສດຖະກິດສັງຄົມ

ຮູບພາບຈາກ: summitshort.pro

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...