spot_img
Homeຂ່າວທ້ອງຖິ່ນຫົວພັນ ກຽມແຜນຈົດທະບຽນເປັນຖິ່ນກໍາເນີດຜ້າໄໝ

ຫົວພັນ ກຽມແຜນຈົດທະບຽນເປັນຖິ່ນກໍາເນີດຜ້າໄໝ

Published on

ວັນທີ 18 ທັນວາ 2018 ຜ່ານມາ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫົວພັນ ຈັດກອງປະຊຸມກ່ຽວກັບການກະກຽມຈົດທະບຽນຖິ່ນກໍາເນີດຜ້າໄໝຫົວພັນ ເພື່ອປົກປ້ອງຖິ່ນກໍາເນີດຜ້າໄໝແຂວງ ຫົວພັນ ໃຫ້ແກ່ຜູ້ຜະລິດ ແລະ ຜູ້ປະກອບການຜ້າໄໝ ກໍຄືການຮັກສາຊັບສົມບັດ ແລະ ສະແດງຄວາມເປັນເຈົ້າຂອງຜ້າໄໝທີ່ມີຖິ່ນກໍາເນີດ ສປປ ລາວ ໃຫ້ຊາວໂລກໄດ້ຮັບຮູ້.

ໃນກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຮ່ວມກັບຜູ້ຜະລິດ, ຜູ້ປະກອບການຜ້າໄໝ ກ່ຽວກັບການວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດຜ້າໄໝຈາກແຂວງຫົວພັນ ໂດຍໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກໂຄງການສົ່ງເສີມການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການພັດທະນາຖິ່ນກໍາເນີດຜະລິດຕະພັນຮ່ວມມືກັບທະນາຄານພັດທະນາອາຊີ (ADB) ພາຍໃຕ້ແຜນງານການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.

ພ້ອມນັ້ນ, ໄດ້ເອກະພາບກັນໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ສະເໜີອໍານາດການປົກຄອງແຂວງຫົວພັນ ເພື່ອຂໍອະນຸມັດສ້າງຕັ້ງຄະນະກໍາມະການສະເພາະກິດ ທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ ທີ່ເຮັດໜ້າທີ່ຕາມພາລະບົດບາດຂອງແຕ່ລະພາກສ່ວນ ໃນການຊີ້ນໍາວຽກງານການພັດທະນາສິນຄ້າຖິ່ນກໍາເນີດຂັ້ນແຂວງ ແລະ ເກັບກໍາເອົາລາຍຊື່ຜູ້ຜະລິດ ແລະ ຜູ້ປະກອບການ, ສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດຜ້າໄໝຫົວພັນໃນຕໍ່ໜ້າ.

 

 

 

 

 

ຮຽບຮຽງ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...