spot_img
Homeຂ່າວພາຍ​ໃນສສຊ ລົງມະຕິບໍ່ເຫັນດີໃຫ້ຄົນຕ່າງປະເທດຊື້ສິດນຳໃຊ້ທີ່ດິນຢູ່ ສປປ ລາວ

ສສຊ ລົງມະຕິບໍ່ເຫັນດີໃຫ້ຄົນຕ່າງປະເທດຊື້ສິດນຳໃຊ້ທີ່ດິນຢູ່ ສປປ ລາວ

Published on

ໃນວັນທີ 18 ທັນວາ 2018 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນກ່ຽວກັບການຊື້-ຂາຍສິດນຳໃຊ້ທີ່ດິນຂອງລັດ ແບບມີກຳນົດເວລາ ໃນມາດຕາ 96 ຂອງຮ່າງທາບທາມກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ລະບຸວ່າ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ສາມາດຊື້ໄດ້ພາຍໃນກຳນົດເວລາບໍ່ເກີນ 50 ປີ ແລະ ສາມາດຊື້ໄດ້ອີກ 1 ຄັ້ງ ແຕ່ບໍ່ໃຫ້ເກີນກຳນົດເວລາ 40 ປີ, ເຊິ່ງເຫັນວ່າຍັງບໍ່ທັນມີຄວາມເໝາະສົມ ໂດຍສະເພາະແມ່ນການຂາຍກຳມະສິດທີ່ດິນໃຫ້ກັບຄົນຕ່າງປະເທດ.

ປະມານ 90% ຂອງ ສສຊ ຈໍານວນທັງໝົດ 29 ທ່ານທີ່ປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບນີ້ ແມ່ນບໍ່ເຫັນດີ ທີ່ຈະຂາຍສິດນຳໃຊ້ທີ່ດິນໃຫ້ກັບຄົນຕ່າງປະເທດ ແລະ ຢາກໃຫ້ມີການຄົ້ນຄວ້າພິຈາລະນາຄືນ ໃຫ້ລະອຽດເລິກເຊິ່ງກວ່າເກົ່າ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າກໍຄື ປະເທດຊາດ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ
ຮູບປະກອບ: hukased.blogspot

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...