spot_img
Homeຂ່າວຕ່າງປະເທດຈີນ ສະຫຼອງ 40 ປີ ແຫ່ງການປະຕິຮູບ ແລະ ເປີດປະເທດມະຫາອຳນາດອັບດັບສອງຂອງໂລກ

ຈີນ ສະຫຼອງ 40 ປີ ແຫ່ງການປະຕິຮູບ ແລະ ເປີດປະເທດມະຫາອຳນາດອັບດັບສອງຂອງໂລກ

Published on

ສປ ຈີນ ສະຫຼອງຄົບຮອບ 40 ປີ (1978-2018) ໃນການປະຕິຮູບ ແລະ ເປີດປະເທດ; ເສດຖະກິດເພີ່ມຂຶ້ນ 42 ເທົ່າ, ສາມາດສົ່ງອອກເພີ່ມຂຶ້ນ 119 ເທົ່າ ຈົນກາຍເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບ 2 ຂອງໂລກຖັດຈາກສະຫະລັດອາເມລິກາໃນປັດຈຸບັນ.

ປະທານາທີບໍດີ ສີ ຈີ້ນຜິງ ຖະແຫຼງການ ທີ່ນະຄອນຫຼວງປັກກິ່ງ ກ່ຽວກັບຄວາມສໍາເລັດໃນຮອບ 40 ປີວ່າ: “ຊົມເຊີຍຄວາມສໍາເລັດລະດັບມະຫາພາກ, ບໍ່ມີໃຜຢູ່ໃນສະຖານະທີ່ຈະມາສັ່ງຈີນໄດ້ວ່າຄວນເຮັດໃຫ້ ຫຼື ບໍ່ຄວນເຮັດຫຍັງ ແລະ ເຖິງວ່າຈີນຈະປະສົບຄວາມສໍາເລັດໃນການພັດທະນາເສດຖະກິດ ແຕ່ບໍ່ມີວັນສະແຫວງຫາຄວາມເປັນມະຫາອໍານາດໂລກ ມີແຕ່ເປັນຜູ້ສົ່ງເສີມສັນຕິພາບໂລກ ແລະ ມຸ່ງໜ້າສູ່ອະນາຄົດທີ່ແບ່ງປັນຜົນປະໂຫຍດຮ່ວມກັນຂອງມວນມະນຸດ ທັງໄດ້ຮັບບົດບາດໃນການແກ້ໄຂບັນຫາໂລກຮ້ອນ” ເຊິ່ງ ສີ ຈີ້ນຜິງ ບໍ່ໄດ້ເວົ້າເຖິງບັນຫາຂັດແຍ່ງທາງການຄ້າກັບອາເມລິກາ ທີ່ຢູ່ລະຫວ່າງພັກຮົບເພື່ອເຈລະຈາດ້ານການຄ້າລະຫວ່າງກັນ ແຕ່ເນັ້ນຢໍ້າວ່າ: “ຜູ້ນໍາພັກກອມມູນິດຢູ່ທຸກມຸມຂອງສັງຄົມ ການປະຕິຮູບຄວນເຮັດຕາມເປົ້າໝາຍການພັດທະນາລະບົບສັງຄົມນິຍົມຕາມແບບຂອງຈີນ”.

ການປະຕິຮູບເສດຖະກິດໄດ້ລິເລີ່ມ ແລະ ຜັກດັນ ຈາກອະດິດປະທານາທິບໍດີ ເຕິ້ງ ສ່ຽວຜິງ ໃນປີ 1978 ໂດຍມີການອະນຸມັດດໍາເນີນການໃນປີດຽວກັນ, ການປັບທິດທາງພັດທະນາປະເທດຈາກລະບອບຄອມມູນິດເກົ່າຂອງປະຊາຊົນເໝົາ ເໝົາ ເຈີ໋ຕຸງ ເຊິ່ງລະບົບຄອມມູນິດ ຫຼື ປະຊາຊົນນິຍົມນໍາໄປສູ່ລະບົບເສດຖະກິດຂາດແຄນ ແລະ ບໍ່ມີປະສິດທິພາບ, ແນວທາງໃໝ່ຂອງ ເຕິ້ງ ສ່ຽວຜິງ ເນັ້ນປະຕິຮູບກະສິກໍາ ແລະ ເປີດເສລີ ໃຫ້ເອກະຊົນພັດທະນາອຸດສາຫະກໍາໃຫ້ທັນກັບສະໄໝ ແລະ ເປີດປະຕູສູ່ການຄ້າລະຫວ່າງປະເທດ ຈົນກ້າວຂຶ້ນມາຢູ່ແຖວໜ້າ ແລະ ມີບົດບາດສໍາຄັນໃນການເມືອງລະຫວ່າງປະເທດໃນປັດຈຸບັນ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th, posttoday.com

ຮູບພາບຈາກ: posttoday.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...