Homeຂ່າວຕ່າງປະເທດສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ

ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ

Published on

ສຳນັກຂ່າວ ໄຊນ່າ ມໍນິງ ໂພສ ຂອງຮ່ອງກົງລາຍງານເມື່ອວັນທີ 17 ທັນວາ 2018ວ່າ ສຳນັກງານໄອຍະການສະຫະລັດ ໃຊ້ບົດການລາຍງານພາວເວີພອຍ 17 ສະໄລນ໌ ທີ່ນາງ ເມິ່ງ ຫວ່ານໂຈວ ເຮັດຂຶ້ນເປັນພາສາຈີນ ແລະ ແປເປັນພາສາອັງກິດ ຍື່ນຕໍ່ທະນາຄານຮ່ອງກົງ ແລະ ຊຽງໄຮແບັງກິງຄັອບເປີເລຊັ່ນ (HSBC) ເມື່ອປີ 2013 ເພື່ອອະທິບາຍຄວາມສຳພັນລະຫວ່າງຫົວເວີ່ຍກັບບໍລິສັດສະກາຍຄອມ ເຊິ່ງເປັນຫຸ້ນສ່ວນເຮັດທຸລະກິດໃນອີຣານ ເປັນຫຼັກຖານວ່າຫົວເວີ່ຍຫຼົບຫຼີກມາດຕະການຄວໍ້າບາດຂອງສະຫະລັດ ແລະ ເອີຣົບເພື່ອເຮັດການຄ້າກັບອິຣານ.

ໂດຍຫົວເວີ່ຍໄດ້ນຳບົດການລາຍງານສະເໜີຂອງນາງ ເມິ່່ງ ມາເປີດເຜີຍໃນສານສູງສຸດ ລັດບຣິຕິຊໂຄລຳເບຍ ຂອງການາດາ ເຊິ່ງເນື້ອໃນບົດລາຍງານລະບຸວ່າ ຫົວເວີ່ຍເຮັດທຸລະກິດໃນຣານຕາມກົດໝາຍ, ຂໍ້ບັງຄັບ ແລະ ມາດຕະການຂອງສະຫະປະຊາຊາດ, ສະຫະລັດ ແລະ ສະຫະພາບເອີຣົບ ສ່ວນສະກາຍຄອມເປັນຫຸ້ນສ່ວນທຸລະກິດ ທີ່ຮ່ວມກັບຫົວເວີ່ຍໃນການຂາຍ ແລະ ໃຫ້ການບໍລິການໃນອິຣານ ຫົວເວີ່ຍເຄີຍເປັນຜູ້ຖືຫຸ້ນໃນສະກາຍຄອມ ແລະ ນາງ ເມິ່ງກໍ່ເຄີຍເປັນສະມາຊິກຜູ້ບໍລິຫານລະດັບສູງຂອງສະກາຍຄອມ ເພື່ອໃຫ້ການບໍລິຫານຈັດການຄວາມເປັນຫຸ້ນສ່ວນກັນເຮັດໄດ້ງ່າຍຂຶ້ນ.

ຢ່າງໃດກໍ່ຕາມ ລາຍງານລະບຸວ່າ ຄວາມສຳພັນດັ່ງກ່າວບໍ່ຈຳເປັນແລ້ວເພາະຫົວເວີ່ຍຈະເຮັດທຸລະກິດກັບສາຂາໃນອິຣານ ຫົວເວີ່ຍ ຈິ່ງຂາຍຫຸ້ນທັງໝົດໃຫ້ສະກາຍຄອມ ແລະ ນາງ ເມິ່ງ ລາອອກຈາກຕຳແໜ່ງຜູ້ບໍລິຫານ.

ໄອຍະການສະຫະລັດ ແລະ ທະນາຍຄວາມຂອງນາງ ເມິ່ງ ເຫັນກົງກັນວ່າ ບົດລາຍງານສະເໜີນີ້ເຊິ່ງຜ່ານຈາກການແປເປັນພາສາອັງກິດແລ້ວ ມີເປົ້າໝາຍເພື່ອຜ່ອນຄາຍຄວາມກັງວົນຂອງທະນາຄານ HSBC ທີ່ກັງວົນວ່າ ຫົວເວີ່ຍ ຮ່ວມກັບບໍລິສັດສະກາຍຄອມໃນຮ່ອງກົງ ອາດກຳລັງລະເມີດມາດຕະການຄວໍ້າບາດຂອງສະຫະລັດດ້ວຍການເຮັດທຸລະກິດໃນອິຣານ ແລະ ຂໍໃຫ້ HSBC ເຮັດແບບດຽວກັນ ແຕ່ສະຫະລັດລະບຸວ່າ ລາຍງານນີ້ເຕັມໄປດ້ວຍຄຳຂີ້ຕົວະ ແລະ ການຊີ້ນຳທີ່ຜິດ ເຊິ່ງທະນາຍຂອງນາງ ເມິ່ງ ໄດ້ປະຕິເສດການກ່າວຫາຂອງສະຫະລັດ.

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thairath.co.th

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...