Homeຂ່າວຕ່າງປະເທດຍີ່ປຸ່ນ ກຽມຊື້ເຮືອບິນຂັບໄລ່ F-35 ນໍາອາເມລິກາ 42 ລໍາ

ຍີ່ປຸ່ນ ກຽມຊື້ເຮືອບິນຂັບໄລ່ F-35 ນໍາອາເມລິກາ 42 ລໍາ

Published on

ລັດຖະບານ ຍີ່ປຸ່ນ ເຜີຍຮ່າງແຜນເສີມສັກກາຍະພາບໃນໄລຍະເວລາ 5 ປີ ລວມເຖິງການສັ່ງຊື້ເຮືອບິນຂັບໄລ່ F-35 ຊຸດໃຫຍ່ຈໍານວນ 42 ລໍາດ້ວຍເວລາ 1 ທົດສະວັດຕໍ່ຈາກນີ້ໄປ ເຊິ່ງສື່ທ້ອງຖິ່ນປະເມີນລາຍການສັ່ງຊື້ສະເພາະເຄື່ອງບິນ F-35A ອາດຈະສູງກວ່າ 1 ລ້ານເຍນ.

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 18 ທັນວາ 2018 ວ່າ: ທີ່ປະຊຸມຄະນະລັດຖະມົນຕີຍີ່ປຸ່ນຕອນເຊົ້າວັນດຽວກັນ ໄດ້ອະນຸມັດຮ່າງແຜນຍຸດທະສາດດ້ານຄວາມໝັ້ນຄົງໃນໄລຍະເວລາ 5 ປີຕໍ່ໜ້າ ໂດຍມີເນື້ອໃນສໍາຄັນເຖິງການຍົກລະດັບສັກກາຍະພາບເຮືອບິນບັນທຸກເຮລີຄອບເຕີຣ ເຊິ່ງປັດຈຸບັນມີ 2 ລໍາ ຄື: ຄາງະ ແລະ ອີຊຸໂມະ ທີ່ສາມາດບັນທຸກເຮືອບິນຮົບ ແລະ ເຮືອບິນຂັບໄລ່ທີ່ມີຄວາມຫຼາກຫຼາຍຂຶ້ນ.

ຂະນະດຽວກັນ, ຄະນະລັດຖະມົນຕີ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ມີແຜນກຽມສັ່ງຊື້ເຮືອບິນຂັບໄລ່ F-35B ຊຸດໃຫຍ່ ຈໍານວນ 42 ລໍາດ້ວຍເວລາ 1 ທົດສະວັດ ໂດຍເປັນຄົນລະສ່ວນກັບການສັ່ງຊື້ເຄື່ອງບິນຂັບໄລ່ F-35A ຫຼາຍເຖິງ 105 ລໍາ ລວມເຖິງການຊື້ເຮືອດໍານໍ້າ ແລະ ລະບົບເຣດາຣລຸ້ນໃໝ່ອີກດ້ວຍ ເຊິ່ງສື່ທ້ອງຖິ່ນປະເມີນລາຍການສັ່ງຊື່ສະເພາະເຄື່ອງບິນ F-35A ອາດຈະສູງກວ່າ 1 ລ້ານເຍນ ປະມານ 74.800.000 ກີບ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: miamiflightacademy.com

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...