spot_img
Homeຂ່າວຕ່າງປະເທດກໍາປູເຈຍ ຍຶດງາຊ້າງອາຟຣິກາ 3.2 ໂຕນ

ກໍາປູເຈຍ ຍຶດງາຊ້າງອາຟຣິກາ 3.2 ໂຕນ

Published on

ເຈົ້າໜ້າທີ່ທາງການ ກໍາປູເຈຍ ເຜີຍວ່າ: “ຍຶດງາຊ້າງຫາຍາກຈາກອາຟຣິກກາ ຈໍານວນ 1,026 ອັນ ດ້ວຍນໍ້າໜັກຫຼາຍກວ່າ 3 ໂຕນ ຊຸກເຊື່ອງໃນຕູ້ຄອນເທນເນີຮ້າງ ເຊິ່ງເປັນການຍຶດງາຊ້າງທີ່ຜິດກົດໝາຍຄັ້ງໃຫຍ່ທີ່ສຸດໃນຮອບ 4 ປີ”.

ສໍານັກຂ່າວ AP ລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ໃນວັນທີ 15 ທັນວາ 2018 ວ່າ ທ່ານ ສັນ ເຊຍ ຜູ້ອໍານວຍການທ່າເຮືອພະນົມເປັນ ເຜີຍວ່າ: “ໄດ້ຮັບແຈ້ງເບາະແສຈາກສະຖານທູດອາເມລິກາໃນນະຄອນຫຼວງພະນົມເປັນ ຈຶ່ງເຮັດໃຫ້ກວດພົບງາຊ້າງ 1.026 ອັນ ລວມນໍ້າໜັກທັງໝົດ 3.2 ໂຕນ ໃນຕູຄອນເທນເນີຮ້າງຢູ່ທ່າເຮືອພະນົມເປັນໃນວັນທີ 13 ທັນວາ ທີ່ຜ່ານມາ. ງາຊ້າງຊຸດນີ້, ຖືກນໍາສົ່ງມາຈາກ ໂມຊໍາບິກ ທາງພາກໃຕ້ຂອງທະວີບອາຟຣິກາ ເຊິ່ງເປັນງາຊ້າງທີ່ຖືກນໍາມາແຕ່ເດືອນ ກໍລະກົດ ແຕ່ເຈົ້າໜ້າທີ່ຫາກໍພົບເຫັນ”.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th, thairath.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...