Homeຂ່າວຕ່າງປະເທດທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ

ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ

Published on

ສຳນັກຂ່າວຣອຍເຕີແຈ້ງວ່າ ປະທານາທິບໍດີ ໂດນັລ ທຣໍ້າ ກ່າວກັບນັກຂ່າວຣອຍເຕີເມື່ອວັນອັງຄານທີ 11 ທັນວາ 2018 ທີ່ຜ່ານມາວ່າ “ຕົນອາດເຂົ້າມາແຊກແຊງກະຊວງຍຸດຕິທຳຂອງສະຫະລັດ ໃນກໍລະນີນາງ ເມິ່ງ ຫວ່ານໂຈວ ຖ້າຫາກເປັນການຮັກສາຜົນປະໂຫຍດດ້ານຄວາມໝັ້ນຄົງຂອງປະເທດຊາດ ຫຼື ເປັນການຊ່ວຍດ້ານການຄ້າລະຫວ່າງສະຫະລັດກັບຈີນ”.

ທ່ານ ລູ່ ກັງ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ ລັດຖະບານຈີນຍິນດີຕໍ່ຄວາມພະຍາຍາມທຸກຢ່າງຂອງລັດຖະບານສະຫະລັດທີ່ຈະດຳເນີນການໃນການຊ່ວຍເຫຼືອນາງ ເມິ່ງ ຫວ່ານໂຈວ ພ້ອມກັບລະບຸວ່າ ການທີ່ທາງການການາດາຈັບກຸມຕົວນາງ ເມິ່ງ ຫວ່ານໂຈວນັ້ນ ຖືເປັນການກະທຳທີ່ຜິດພາດຕັ້ງແຕ່ຕົ້ນ ເຊິ່ງລັດຖະບານຈີນຍິນດີຕໍ່ຄວາມເຄື່ອນໄຫວທຸກຢ່າງໃນເລື່ອງນີ້ທີ່ຈະມຸ່ງໜ້າໄປສູ່ຄວາມຖືກຕ້ອງ.

ມີລາຍງານວ່າ ອະດີດນັກການທູດການາດາ ຖືກທາງການຈີນຈັບກຸມຕົວ ກ່ອນທີ່ສານການາດາຈະອະນຸຍາດໃຫ້ປະກັນຕົວນາງ ເມິ່ງ ດ້ວຍວົງເງິນປະກັນຕົວ 7.4 ລ້ານໂດລາ (ປະມານ 63.196.000.000 ກີບ) ໂດຍທີ່ນາງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ຕຳຫຼວດ 24 ຊົ່ວໂມງ ຮວມເຖິງການໃສ່ປອກຂາ GPS ແລະ ຫ້າມອອກນອກເຮືອນພັກ ໃນລະຫວ່າງເວລາ 23:00-06:00 ໂມງ ແລະ ຕ້ອງມອບພາສປອດ, ໜັງສືເດີນທາງທັງໝົດໃຫ້ແກ່່ເຈົ້າໜ້າທີ່ທາງການ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thairath.co.th, khaosod.co.th

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...