spot_img
Homeຂ່າວພາຍ​ໃນລາວ ຄວ້າລາງວັນຊຸດປະຈໍາຊາດດີເດັ່ນ ຈາກການປະກວດມີສຢູນີເວີຣ໌ສ 2018

ລາວ ຄວ້າລາງວັນຊຸດປະຈໍາຊາດດີເດັ່ນ ຈາກການປະກວດມີສຢູນີເວີຣ໌ສ 2018

Published on

ໃນເວທີການປະກວດນາງງາມຈັກກະວານ ຫຼື Miss Universe ປະຈໍາປີ 2018, ອອນອານົງ ຫອມສົມບັດ Miss Universe Laos 2018 ຕົວແທນຈາກປະເທດລາວ ສາມາດຄວ້າລາງວັນຊຸດປະຈໍາຊາດດີເດັ່ນມາຄອງ ຈາກສາວງາມ 93 ປະເທດທົ່ວໂລກ ໃນຕອນເຊົ້າຂອງມື້ນີ້ ວັນທີ 17 ທັນວາ 2018, ທີ່ປະເທດໄທ ຖືເປັນລາງວັນອັນຊົງກຽດ ແລະ ຂອງຂວັນສົ່ງທ້າຍປີທີ່ຍິ່ງໃຫ່ຍຂອງປະເທດລາວ.

ຊຸດດັ່ງກ່າວ, ມີຊື່ວ່າ: “ທານນໍ້າໃຈສູ່ປະເທດລາວ” ໂດຍໄດ້ຮັບແຮງບັນດານໃຈມາຈາກ ນາງກິນນາຣີ ເປັນສັດເຄິ່ງຄົນເຄິ່ງນົກ ເຊິ່ງເປັນຊຸດປະຈໍາຊາດທີ່ມີເອກະລັກສະເພາະທີ່ສະທ້ອນເຖິງປະເທດລາວ ແລະ ເປັນການສະແດງໃຫ້ຄົນທົ່ວທຸກມຸມໂລກໄດ້ເຫັນ ໂດຍຜ່ານເວທີການປະກວດລະດັບໂລກ. ນອກຈາກນັ້ນຊຸດດັ່ງກ່າວ, ຍັງໄດ້ແຮງບັນດານໃຈຈາກເຫດການສັນເຂື່ອນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນຫຼາຍພັນຄົນໄດ້ຮັບຜົນກະທົບ ແລະ ຮູບແບບຂອງຊຸດໄດ້ຮັບແຮງບັນດານໃຈຈາກກິນນາຣີ ສັດໃນຕຳນານເລື່ອງເລົ່າຂອງລາວ ປະກອບກັບເຕັກນິກການນຳສະເໜີແບບການສະແດງຫຸ່ນເປີດໝວກຮັບບໍລິຈາກເງິນ ເຊິ່ງເຫັນໄດ້ຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ສ່ວນດ້ານ ສາວງາມ ອອນອານົງ ຫອມສົມບັດ ກ່າວຕໍ່ ສະຕີບ ຮາວີ ພິທີກອນດຳເນີນການປະກວດ ຫຼັງຈາກໄດ້ຮັບລາງວັນດັ່ງກ່າວວ່າ “ຂ້ອຍຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບລາງວັນຊຸດປະຈຳຊາດດີເດັ່ນໃນມື້ນີ້ ແລະ ເປັນຕົວແທນໃຫ້ແກ່ປະເທດລາວ. ນີ້ກໍເປັນຄັ້ງທີ 2 ແລ້ວທີ່ປະເທດລາວຮ່ວມເຂົ້າແຂ່ງຂັນມິສຢູນິເວີສ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ພວກເຮົາສາມາດມາໄກໄດ້ຂະໜາດນີ້”.

ຢ່າງໃດກໍຕາມ, ຂໍສະແດງຄວາມຍິນດີກັບ ອອນອານົງ ຫອມສົມບັດ Miss Universe Laos 2018 ທີ່ສາມາດຄວ້າລາງວັນຊຸດປະຈໍາຊາດໃນການປະກວດຄັ້ງນີ້ ຖືເປັນໂສມໜ້າອັນໃໝ່ ຫຼື ເປັນຂອງຂວັນສົ່ງທ້າຍປີໃຫ້ແກ່ມິດຮັກແຟນເຊຍ ກໍຄືປະຊາຊົນລາວທົ່ວປະເທດ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: PPTV HD 36

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...