spot_img
Homeຂ່າວທ້ອງຖິ່ນກວດພົບສານຟໍມາລີນໃນອາຫານທະເລ ທີ່ຕະຫຼາດ​ໂພນ​ສະຫວ່າງ ​ເມືອງ​ຈັນທະ​ບູລີ

ກວດພົບສານຟໍມາລີນໃນອາຫານທະເລ ທີ່ຕະຫຼາດ​ໂພນ​ສະຫວ່າງ ​ເມືອງ​ຈັນທະ​ບູລີ

Published on

ເຈົ້າ​ໜ້າ​ທີ່​ກະສິກຳ ແລະ ປ່າ​ໄມ້ ເມືອງຈັນທະ​ບູລີ ນະຄອນຫຼວງ​ວຽງ​ຈັນ ກວດພົບ​ສານ​ຟໍມາລີ​ນ ປົນ​ເປື້​ອນ​​ເປັນ​ຈຳນວນ​ຫຼາຍໃນ​ອາຫານ​ທະ​ເລ ຢູ່​ຕະຫຼາດ​ໂພນ​ສະຫວ່າງ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 12 ທັນວາ​​ຜ່ານ​ມາ. ເຈົ້າ​ໜ້າ​ທີ່​ໄດ້ໃຫ້​​ເຈົ້າ​ຂອງ​ຮ້ານອາຫານທະເລທີ່ຖືກກວດສອບ ​ເຊັນບົດ​ບັນທຶກ​ ແລະ ຄະນະຮັບຜິດຊອບຕະຫຼາດໄດ້ສັ່ງໃຫ້ຮ້ານດັ່ງກ່າວ ຢຸດ​ເຊົາ​ການ​ຂາຍຢູ່​ໃນ​ຕະຫຼາດ​ ເພື່ອ​ສ້າງຄວາມ​ໝັ້ນ​ໃຈ​ໃຫ້ຜູ້​ບໍລິ​ໂພ​ກ.

ການ​ລົງ​ກວດກາ​ສານ​ປົນເປື້ອນ​ໃນ​ອາຫານ​ທະ​ເລຄັ້ງນີ້, ເຈົ້າໜ້າທີ່ໄດ້ເກັບ​ຕົວຢ່າງຈາກອາຫານ​ທະ​ເລ​ປະ​ເພດກຸ້ງ, ຫອຍ​ແຄງ, ປາ​ໝຶກ​ແຊ່​ແຂງ, ປາ​ໝຶກ​ແຫ້ງ ​ແລະ ​ໄສ້​ຍໍ່ຂາວຈຳນວນ 4​ ຮ້ານ ​ເຊິ່ງ​ໄດ້ພົບ​ສານ​ຟໍມາລີ​ນ ປົນ​ເປື້​ອນ​​ເປັນ​ຈຳນວນ​ຫຼາຍ, ເຈົ້າ​ໜ້າ​ທີ່​ຈິ່ງ​ໄດ້​ໃຫ້​​ເຈົ້າ​ຂອງ​ຮ້ານ​ເຊັນບົດ​ບັນທຶກ​ ແລະ ​ຕັກ​​ເຕືອນ ​ຖ້າ​ພົບ​ເຫັນ​ກະທຳ​ຜິດ​ອີກ​​ຈະ​ດຳ​ເນີນ​ມາດ​ຕະການ​ຕາມ​ລະບຽບ​ກົດໝາຍ​ ພ້ອມ​ທັງ​ຢຶດສິນຄ້າ​ທີ່ມີ​ສານ​ປົນ​ເປື້ອນ​ໄປ​ທຳລາຍ​. ​ພ້ອມນັ້ນ, ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ຕື່ມວ່າ: ການນຳ​ໃຊ້ສານ​ຟໍມາລີ​ນ​ໃນ​ອາຫານ​ທະ​ເລ​ ​ແລະ​ ເຄື່ອງ​ໃນ​ສັດ​ຕ່າງໆ ​ຢູ່ຕາມ​ທ້ອງ​ຕະຫຼາດ​ຍັງ​ມີ​​ແຜ່​ຫຼາຍ. ດັ່ງ​ນັ້ນ, ​​ເພື່ອຄວາມ​ປອດ​ໄພຕໍ່​ສຸຂະພາບ ຈິ່ງ​ແຈ້ງ​ໃຫ້​ປະຊາຊົນມີ​ສະຕິ​ລະວັງ​ຕົວ​ຕໍ່​ການ​ບໍລິ​ໂພ​ກ ຖ້າ​ເປັນ​ໄປ​ໄດ້​ຄວນ​ກວດກາ​ຄວາມ​ປອດ​ໄພ​ໃຫ້​ດີ​ກ່ອນ​ຈະ​ເອົາ​ໄປ​ບໍລິ​​ໂພກ.

ເຈົ້າໜ້າ​ທີ່​ຈັດ​ສັນຕະຫຼາດ​ໂພນ​ສະຫວ່າງ​ໃຫ້​ສຳພາດ​ວ່າ: ຕໍ່​ບັນຫາ​ດັ່ງກ່າວ​, ​ທາງ​ຄະນະ​ຮັບຜິດຊອບ​ຕະຫຼາດ​ຈະ​ໃຫ້ທີ່ຜູ້ລະ​ເມີດ  ຫຼື ຜູ້ກະທຳ​ຜິ​ດກົດ​ລະບຽບກົດໝາຍ​ ຢຸດ​ເຊົາ​ການ​ຂາຍຢູ່​ໃນ​ຕະຫຼາດ​ດັ່ງກ່າວ​ ​ເພື່ອ​ສ້າງຄວາມ​ໝັ້ນ​ໃຈ​ໃຫ້ຜູ້​ບໍລິ​ໂພ​ກ ​ແລະ​ ຈະ​ໄດ້​​ເພີ່ມມາດ​ຕະການ​ກັບ​ຜູ້​ປະກອບ​ກິດຈະການ​ໃນ​ຕະຫຼາດ​ຢ່າງ​ເຂັ້ມ​ງວດ​ກວ່າ​ເກົ່າ​ອີກ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laophattananews.com

ຮູບພາບຈາກ: http://oknation.nationtv.tv

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...