spot_img
Homeຂ່າວທ້ອງຖິ່ນການຄ້າ ລາວ-ລັດເຊຍ ເພີ່ມຂຶ້ນຫຼາຍກວ່າ 60%

ການຄ້າ ລາວ-ລັດເຊຍ ເພີ່ມຂຶ້ນຫຼາຍກວ່າ 60%

Published on

ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ປະ­ຈຳ ສປປ ລາວ ຖະ­ແຫຼງ​ຂ່າວ​ວັນ​ທີ 12 ທັນ­ວາ​ 2018 ຜ່ານມາ​ວ່າ: ລັດ​ເຊຍ ມີ​ຄວາມ​ພໍ­ໃຈ​ຕໍ່​ສາຍ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ລາວ-ລັດ​ເຊຍ ທີ່​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ ໂດຍສະເພາະທ້າຍ​ປີ 2018 ມູນ​ຄ່າ​ການ​ຄ້າ​ລະ­ຫວ່າງ​ສອງ​ປະ­ເທດ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 60% ຂະ­ແໜງ­ການ​ທີ່​ສຳ­ຄັນ​ທີ່​ສຸດ​ແມ່ນ​ພະ­ລັງ­ງານ​ໄຟ­ຟ້າ ເຊິ່ງ​ລັດ​ເຊຍ​ໄດ້​ດຳ­ເນີນ​ການ​ສຳ​ຫຼວດ ທາງ​ທໍ­ລະ­ນີ­ວິ­ທະ­ຍາ​ຢູ່​ສະ­ຖານ­ທີ່​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ພິ­ເສດ​ການ​ຮ່ວມ​ມື​ພັດ­ທະ­ນາ​ສາຍ​ພົວພັນ​ດ້ານ​ການ​ສຶກ​ສາ  ​ເຊິ່ງປີ​ນີ້ໄດ້​​ສົ່ງ​ນັກ​ສຶກ​ສາ​ລາວ 91 ຄົນ ໄປ​ສຶກ​ສາ​ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຕ່າງໆ​ໃນ​ລັດ​ເຊຍ ແລະ ການ​ຮ່ວມ​ມື​ວຽກ​ງານ​ຫຼາຍ​ຂະ­ແໜງ­ການ​ພວມ​ສືບ­ຕໍ່​ໄປ​ໃນ​ທາງ​ທີ່​ດີ.

ທ່ານ ມີ​ຄາ​ອິນ ບາ​ຣານ​ນົບ ຍັງ​ໄດ້​ຢືນ­ຢັນ​ເຖິງ​ເຈ­ຕະ­ນາ​ຂອງ​ລັດ­ຖະ­ບານ​ລັດ​ເຊຍ ທີ່​ມີ​ຕໍ່​ອາ​ຊຽນ ແລະ ສາ­ກົນ ໃນ​ການ​ຮ່ວມ​ມື​ສົ່ງເສີມ​ເສດ­ຖະ­ກິດ​ການ​ຄ້າ ແລະ ສັງ­ຄົມ ເວົ້າ​ສະ­ເພາະ ສປປ ລາວ ຈະ​ສືບ­ຕໍ່​ສາຍ​ພົວ­ພັນ​ຮ່ວມ​ມື​ທີ່​ມີ​ມູນ­ເຊື້ອ​ມາ​ແຕ່​ດົນ​ນານ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ໂດຍ​ມີ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ທັງ​ສອງ​ປະ­ເທດ ຮ່ວມ​ກັນ​ປຶກ­ສາ​ຫາ­ລື​ຫຼາຍ​ບັນ­ຫາ ລະ­ຫວ່າງ​ຜູ້​ແທນ​ສອງ​ຝ່າຍ, ການ​ພົບ​ປະ​ ປະ­ຈຳ​ປີ​ລະ­ຫວ່າງ​ທ່ານ ວາ​ຣາ​ດີ​ເມຍ ປູ​ຕິນ ປະ­ທາ­ນາ­ທິ­ບໍ­ດີຣັດ​ເຊຍ ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ ລາວ ໄດ້​ກາຍ­ເປັນ​ປະ­ເພ­ນີ​ອັນ​ດີ­ງາມ. ນອກ​ນີ້, ທ່ານ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບາງ​ທັດ­ສະ­ນະ​ຂອງ​ລັດ​ເຊຍ​ຕໍ່​ອາ​ຊຽນ ແລະ ສາ­ກົນ ທີ່ເປັນບາງ​ບັນ­ຫາ​​ອັນພົ້ນ​ເດັ່ນ​ໃນ​ຂົງ­ເຂດ​ພາກ​ພື້ນ ແລະ ສາ­ກົນ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...