spot_img
Homeຂ່າວທ້ອງຖິ່ນສສຊ ຮັບເອົາກົດໝາຍ ລາຍເຊັນເອເລັກໂຕຣນິກ

ສສຊ ຮັບເອົາກົດໝາຍ ລາຍເຊັນເອເລັກໂຕຣນິກ

Published on

ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ເປັນກົດໝາຍທີ່ສ້າງຂຶ້ນໃໝ່ ດ້ວຍຄະແນນສຽງສ່ວນຫຼາຍ ໃນວັນທີ 12 ທັນວາ 2018, ທີ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີVIII.

ພາຍຫຼັງ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ເພື່ອໃຫ້ສະມາຊິກ ສສຊ ພິຈາລະນາ, ປະກອບຄໍາເຫັນໃສ່ຮ່າງກົດໝາຍໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຢ່າງມີປະສິດທິພາບ. ບັນດາ ສສຊ ກໍໄດ້ຮັບຮອງເອົາກົດໝາຍດັ່ງກ່າວ, ເຊິ່ງສ້າງແຕ່ປີ 2016 ປະກອບມີ 13 ພາກ, ແລະ 82 ມາດຕາ. ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຈະໄດ້ຮັບຜົນດັ່ງນີ້: ກະຊວງ ໄປສະນີ, ໂທລະຄົມ ແລະ ການສື່ສານ ຈະເປັນບ່ອນອີງໃນການສ້າງເຄື່ອງມືຈັດຕັ້ງປະຕິບັດການຄຸ້ມຄອງວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກແບບໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ເພື່ອໃຫ້ທຸກຂະແໜງການສາມາດນໍາໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ.

ພ້ອມນັ້ນ, ຂະແໜງການຕ່າງໆ ຍັງໄດ້ຮັບຜົນປະໂຫຍດຄື: ຄວາມປອດໄພໃນການສົ່ງ-ຮັບເອກະສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານ ປສກ, ປກຊ, ວຽກງານການເງິນ, ການທະນາຄານ, e-Passport, e-VISA ແລະ ອື່ນໆ; ອໍານວຍຄວາສະດວກໃນການເຮັດທຸລະກິດຜ່ານອິນເຕີເນັດ ໂດຍສະເພາະທຸລະກໍາການເງິນ, ການຄ້າທາງເອເລັກໂຕຣນິກ; ສ້າງຄວາມໝັ້ນໃຈໃນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ; ປະຢັດງົບປະມານລາຍຈ່າຍແກ່ຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ; ເຮັດໃຫ້ມີຄວາມໂປ່ງໃສ ທັງຊ່ວຍປ້ອງກັນການສໍ້ລາດບັງຫຼວງ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...