Homeຂ່າວຕ່າງປະເທດລູກສາວປະທານ "ຫົວເວີ່ຍ" ໄດ້ຮັບການປະກັນຕົວ

ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ

Published on

ນາງ ເມິ່ງ ຫວ່ານໂຈວ ໄວອາຍຸ 46 ປີ ຜູ້ບໍລິຫານສູງສຸດດ້ານການເງິນ ແລະ ເປັນລູກສາວຂອງປະທານບໍລິສັດຫົວເວີ່ຍ ອ້າງເຫດຜົນດ້ານສຸຂະພາບເພື່ອຂໍປະກັນຕົວ ຫຼັງຖືກຈັບກຸມໃນການາດາຂໍ້ຫາລະເມີດມາດຕະການຂວໍ້າບາດອິຫຼ່ານ ແລະ ກຽມຖືກສົ່ງຕົວໄປດຳເນີນຄະດີໃນສະຫະລັດ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງແວນຄູເວີ ປະເທດການາດາ ເມື່ອວັນທີ 12 ທັນວາ 2018 ວ່າ ສານສູງສຸດແຫ່ງລັດບຣິຕິຊໂຄລຳເບຍ ໃນເມືອງແວນຄູເວີ ທາງຕະເວັນຕົກຂອງການາດາ ມີຄຳພິພາກສາເມື່ອວັນອັງຄານທີ່ຜ່ານມາວ່າ ໃຫ້ ນາງ ເມິ່ງ ຫວ່ານໂຈວ ໄດ້ຮັບການປະກັນຕົວຊົ່ວຄາວພາຍໃຕ້ເງື່ອນໄຂການວາງຫຼັກຊັບ 10 ລ້ານໂດລາການາດາ ເຊິ່ງຍັງບໍ່ມີການເປີດເຜີຍຢ່າງຊັດເຈນວ່ານາງໃຊ້ເຮືອນພັກໃນເມືອງແວນຄູເວີຄໍ້າປະກັນນຳ ຫຼື ບໍ່. ຂະນະດຽວກັນ ນາງ ເມິ່ງ ຕ້ອງໄດ້ໃສ່ປອກຂາອິເລັກໂທຣນິກ ເພື່ອຢູ່ພາຍໃຕ້ການສັງເກດການຂອງເຈົ້າໜ້າທີ່ຕະຫຼອດ 24 ຊົ່ວໂມງ.

ຂະນະທີ່ແຫຼ່ງຂ່າວກະຊວງການຕ່າງປະເທດສະຫະລັດລະບຸວ່າ ລັດຖະບານສະຫະລັດຈະຍື່ນເອກະສານເພີ່ມເຕີມເພື່ອສະໜັບສະໜູນຄຳຮ້ອງຂໍຕົວນາງ ເມິ່ງ ໃນຖານະຜູ້ຮ້າຍຂ້າມແດນ ຢ່າງໃດກໍ່ຕາມການອະນຸມັດຄຳຮ້ອງປະກັນຕົວນາງ ເມິ່ງ ຂອງສານໃນເມືອງແວນຄູເວີ ເກີດຂຶ້ນທ່າມກາງການລາຍງານວ່າເຈົ້າໜ້າທີ່ຄວາມໝັ້ນຄົງຂອງລັດຖະບານຈີນໄດ້ຄວບຄຸມຕົວທ່ານ ໄມເຄິລ ຄັອຟຣິກ ອະດີດນັກການທູດຊາວການາດາປະຈຳນະຄອນຫຼວງປັກກິ່ງ, ຮ່ອງກົງ ແລະ ສະຫະປະຊາຊາດ (ຢູເອັນ) ໂດຍບໍ່ມີການເປີດເຜີຍສາເຫດທີ່ຊັດເຈນໃນການຈັບກຸມ ເຊິ່ງປັດຈຸບັນທ່ານ ຄັອຟຣິກ ເປັນທີ່ປຶກສາດ້ານນະໂຍບາຍເອເຊຍຕະເວັນອອກສຽງເໜືອ ໃຫ້ກັບອົງກອນ “ອິນເຕີເນຊັ່ນນໍ ໄຄຣຊິສ ກຣຸ໊ບ” ເຊິ່ງມີສຳນັກງານຢູ່ທີ່ນະຄອນບຣັສເຊລ. ດ້ານກະຊວງຄວາມປອດໄພສາທາລະນະຂອງການາດາເປີດເຜີຍວ່າ ໄດ້ຮັບຮູ້ເລື່ອງທີ່ເກີດຂຶ້ນແລ້ວ ແລະ ຍັງບໍ່ມີການຕັ້ງສົມມຸດຕິຖານວ່າມີຄວາມເຊື່ອມໂຍງກັບກໍລະນີລູກສາວເຈົ້າຂອງຫົວເວີ່ຍ ຫຼື ບໍ່ ແຕ່ຫຼາຍຝ່າຍເຊື່ອວ່ານີ້ “ບໍ່ແມ່ນເລື່ອງບັງເອີນ”.

 

 

ຮຽບຮຽງຂາ່ວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th, nationtv.tv
ຮູບປະກອບ: techxcite

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...