spot_img
Homeຂ່າວຕ່າງປະເທດຝຣັ່ງ ເພີ່ມຄ່າແຮງງານຂັ້ນຕໍ່າ 7% ເພື່ອເອົາໃຈຜູ້ມີລາຍຮັບຕໍ່າ

ຝຣັ່ງ ເພີ່ມຄ່າແຮງງານຂັ້ນຕໍ່າ 7% ເພື່ອເອົາໃຈຜູ້ມີລາຍຮັບຕໍ່າ

Published on

ຜູ້ນໍາຝຣັ່ງ ປະກາດມາດຕະການໃໝ່ເພີ່ມແຮງງານຂັ້ນຕໍ່າເດືອນລະ 100 ເອີໂຣ (ເທົ່າກັບ 968.200 ກີບ) ເລີ່ມປີໜ້າເປັນຕົ້ນໄປ ແລະ ຍົກເລີກມາດຕະການເກັບພາສີເງິນບໍານານກັບຄົນທີ່ມີລາຍໄດ້ໜ້ອຍ, ຜູ້ປະກອບການທຸກປະເພດຍັງສາມາດຈ່າຍເງິນທ້າຍປີ ຫຼື ໂບນັດເທື່ອດຽວແກ່ພະນັກງານ ໂດຍບໍ່ຕ້ອງຫັກຄ່າພາສີ ແລະ ບໍ່ເກັບພາສີແຮງງານຄ່າລ່ວງເວລາ ຄະນະກໍາມະການເອີຣົບ ກ່າວວ່າ: “ຕ້ອງສຶກສາຜົນກະທົບຈາກມາດຕະການທີ່ຜູ້ນໍາຝຣັ່ງ ໃຊ້ງົບຫຼາຍພັນລ້ານເອີໂຣ”.

ວັນທີ 10 ທັນວາ 2018 ປະທານາທິບໍດີ ເອັນມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ປະກາດມາດຕະການໃໝ່ ຫວັງຫຼຸດຜ່ອນຄວາມຮຸນແຮງຈາກການປະທ້ວງຂອງກຸ່ມເສື້ອເຫຼືອງທີ່ສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດ ໂດຍຜູ້ນໍາຝຣັ່ງໄດ້ຖະແຫຼງນະໂຍບາຍຍອມຮັບຕົນມີສ່ວນຕ້ອງຮັບຜິດຊອບຕໍ່ວິກິດການຄັ້ງນີ້ ແຕ່ເນັ້ນຢໍ້າເຫດການປະທ້ວງນີ້ເກີດຂຶ້ນຈາກກຸ່ມຄົນທີ່ມີລາຍໄດ້ໜ້ອຍຕາມຊົນນະບົດ ຫຼື ຕາມເມືອງນ້ອຍຕ່າງໆ ເຊິ່ງເປັນບັນຫາທີ່ຍືດເຍື້ອນຍາວນານ ຈຶ່ງປະກາດປັບເພີ່ມແຮງງານຂັ້ນຕໍ່າເດືອນລະ 100 ຍູໂຣ (ເທົ່າກັບ 968.200 ກີບ) ຫຼື ເພີ່ມຂຶ້ນ 7% ເລີ່ມແຕ່ປີໜ້າເປັນຕົ້ນໄປ.

ນອກນີ້, ດ້ານທະນາຄານ ຈະຍົກເລີກມາດຕະການເກັບພາສີເງິນບໍານານກັບຄົນທີ່ມີລາຍໄດ້ໜ້ອຍ, ຜູ້ປະກອບການທຸກປະເພດສາມາດຈ່າຍເງິນທ້າຍປີ ຫຼື ໂບນັດເທື່ອດຽວແກ່ພະນັກງານ ໂດຍບໍ່ຕ້ອງຫັກຄ່າພາສີ ແລະ ບໍ່ເກັບພາສີແຮງງານຄ່າລ່ວງເວລາ ພ້ອມທັງບໍ່ເກັບພາສີຄົນຮັ່ງມີ ເພາະອາດຈະເຮັດໃຫ້ເສດຖະກິດອ່ອນແອ ຕາມມາດ້ວຍຈະບໍ່ມີແຮງງານ. ສ່ວນຄະນະກໍາມະການເອີຣົບ ໄດ້ກວດສອບງົບປະມານປະເທດສະມາຊິກເອີຣົບ ວ່າ: “ອາດຈະຕ້ອງສຶກສາຜະກະທົບຈາກມາດຕະການທີ່ຜູ້ນໍາຝຣັ່ງ ຄາດວ່າຕ້ອງມີການໃຊ້ງົບຫຼາຍພັນລາຍເອີໂຣ”.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...