spot_img
Homeຂ່າວພາຍ​ໃນລາວ-ກຳປູເຈຍເຊັນສັນຍາຮ່ວມມືຫຼາຍດ້ານ! ເອກະພາບກັນ 3 ເງື່ອນໄຂໃນການແກ້ໄຂບັນຫາຊາຍແດນ

ລາວ-ກຳປູເຈຍເຊັນສັນຍາຮ່ວມມືຫຼາຍດ້ານ! ເອກະພາບກັນ 3 ເງື່ອນໄຂໃນການແກ້ໄຂບັນຫາຊາຍແດນ

Published on

ໃນວັນທີ 5 ທັນວາ 2018 ພາຍຫລັງສຳເລັດການພົບປະລະຫວ່າງ ສອງລັດຖະບານ ລາວ-ກຳປູເຈຍ, ໄດ້ມີຖະແຫລງການຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຊິ່ງທັງສອງຝ່າຍ ຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ້ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. 

ສອງຝ່າຍໄດ້ເຫັນດີ ໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫລາຍຂຶ້ນ, ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍຄື ກົນໄກຮ່ວມມືອື່ນໆ. ໃນຂົງເຂດວັດທະນະທຳ ແລະ ສິລະປະກຳ, ການສຶກສາ, ກະສິກຳ ແລະ ດ້ານພະລັງງານໄຟຟ້າ.

ພ້ອມນັ້ນ, ຍັງໄດ້ເຫັນດີເປັນເອກະພາບ ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ຂອງການພົບປະຂອງສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ 3 ຄັ້ງ ທີ່ຜ່ານມາ ຄື ຄັ້ງທີ 1 ຢູ່ນະຄອນຫລວງວຽງຈັນ; ຄັ້ງທີ 2 ທີ່ພະນົມເປັນ ແລະ ຄັ້ງທີ 3 ໃນວັນທີ 13 ກັນຍາ 2018 ທີ່ນະຄອນຫລວງຮ່າໂນ້ຍ, ໂດຍສອງຝ່າຍ ໄດ້ເປັນເອກະພາບກັນແລ້ວວ່າ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນລິເວນຄົງຄ້າງ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ. ດັ່ງນັ້ນ, ຈຶ່ງໄດ້ເຫັນດີເປັນເອກະພາບກັນ 3 ເງື່ອນໄຂ ຄື: 1. ບໍ່ໃຫ້ມີກໍາລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫລື ດຳເນີນທຸລະກິດຢູ່ບໍລິເວນດັ່ງກ່າວ ແລະ 3.ໃຫ້ມີການກວດກາຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ການກວດກາຮ່ວມສອງຝ່າຍ ແມ່ນສາມາດກວດກາໂດຍການໃຊ້ກຳລັງຄົນ ຫລື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone). 

ສອງຝ່າຍເຫັນດີໃຫ້ຮັກສາສະຖານະພາບເດີມ ໃນບໍລິເວນຊາຍແດນທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆ ທີ່ພາໃຫ້ມີການປ່ຽນແປງສະພາບບໍລິເວນດັ່ງກ່າວ ຈົນກວ່າສອງຝ່າຍຈະສຳເລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...