Homeຂ່າວຕ່າງປະເທດເຝົ້າລະວັງ "ແຜ່ນດິນໄຫວ-ສິນາມິ" ທີ່ໝູ່ເກາະນິວແຄລິໂດເນຍ

ເຝົ້າລະວັງ “ແຜ່ນດິນໄຫວ-ສິນາມິ” ທີ່ໝູ່ເກາະນິວແຄລິໂດເນຍ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຊິດນີ, ປະເທດອົດສະຕາລີ ເມື່ອວັນທີ 5 ທັນວາ 2018 ວ່າ ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (ຢູເອສຈີເອສ) ລາຍງານການເກີດແຜ່່ນດິນໄຫວຮຸນແຮງ 7.6 ແມກນິຈູດ ເມື່ອເວລາປະມານ 15:18 ນາທີ, ຕາມເວລາທ້ອງຖິ່ນຂອງນິວແຄລິໂດເນຍ ຕັ້ງຢູ່ທາງຕະເວັນຕົກສຽງໃຕ້ຂອງມະຫາສະໝຸຸດປາຊີຟິກ.

ທັງນີ້, ແຜ່ນດິນໄຫວດັ່ງກ່າວມີຈຸດໃຈກາງຢູ່ເລິກລົງໄປໃຕ້ທະເລປະມານ 10 ກິໂລແມັດ ຫ່າງຈາກໝູ່ເກາະລໍຍັລຕີ ເຊິ່ງເປັນໜຶ່ງໃນເກາະຍ່ອຍຂອງດິນແດນນິວແຄລິອອກໄປທາງຕະເວັນອອກສຽງເໜືອປະມານ 155 ກິໂລແມັດ ຫຼັງເກີດເຫດສູນເຕືອນໄພສຶນາມິໃນມະຫາສະໝຸດປາຊີຟິກອອກປະກາດເຝົ້າລະວັງ ແລະ ເຕືອນໄພເກີດສິນາທີ່ມິຄວາມສູງລະຫວ່າງ 1-3 ແມັດ ພາຍໃນລັດສະໝີ 1.000 ກິໂລແມັດ ຕະຫຼອດແຄມຝັ່ງຂອງນິວແຄລິໂດເນຍ ແລະ ວານູອາຕູ ເຊິ່ງເປັນປະເທດໝູ່ເກາະທີ່ຕັ້ງຢູ່ໃກ້ຄຽງກັນ ແລະ ທັງສອງປະເທດຕັ້ງຢູ່ເທິງເຂດຮອຍຕໍ່ຂອງເປືອກໂລກທີ່ຮຽກວ່າ “ວົງແຫວນໄຟແຫ່ງປາຊີຟິກ” ຢ່າງໃດກໍ່ຕາມຍັງບໍ່ມີລາຍງານການເກີດຄວາມເສຍຫາຍຮຸນແຮງເທື່ອ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th
ຮູບປະກອບ: twitter/BuzzFeedStorm

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...