spot_img
Homeຂ່າວຕ່າງປະເທດຫວຽດນາມ ເປີດສາຍດ່ວນໃຫ້ແຈ້ງຕໍາຫຼວດຫາກພົບເຫັນການສໍ້ລາດບັງຫຼວງ

ຫວຽດນາມ ເປີດສາຍດ່ວນໃຫ້ແຈ້ງຕໍາຫຼວດຫາກພົບເຫັນການສໍ້ລາດບັງຫຼວງ

Published on

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 4 ທັນວາ 2018 ວ່າ: “ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ເປີດສາຍດ່ວນ ເພື່ອຮັບການລາຍງານຈາກປະຊາຊົນ ກ່ຽວກັບພຶດຕິກຳທີ່ເປັນການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ຕຳຫຼວດ”. ໂດຍອ້າງເປັນການລາຍງານຈາກສໍານັກຂ່າວແຫ່ງຊາດ ສສ ຫວຽດນາມ (VNA) .

ຂ່າວລະບຸວ່າ: ສ່ວນທີ່ຜູ້ແຈ້ງ ຫຼື ໂທເຂົ້າມາຈະຕ້ອງເປີດເຜີຍຂໍ້ມູນສ່ວນຕົວຂອງບຸກຄົນໃຫ້ແກ່ທາງການ ເພື່ອເພີ່ມຄວາມສະດວກ ແລະ ເຮັດໃຫ້ການປະຕິບັດໜ້າທີ່ມີປະສິດທິພາບສູງ ເຊິ່ງເຈົ້າໜ້າທີ່ຢືນຢັນວ່າຈະຮັກສາຂໍ້ມູນດັ່ງກ່າວເປັນຄວາມລັບທີ່ສຸດ ແຕ່ຖ້າຂໍ້ມູນທີ່ລາຍງານບໍ່ເປັນຄວາມຈິງ ຫຼື ສ້າງຄວາມບໍ່ເປັນທໍາ ຈະຖືເປັນການໝິ່ນປະມາດເຈົ້າໜ້າທີ່ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະຕິດຕາມຕົວຜູ້ແຈ້ງເລື່ອງດັ່ງກ່າວມາຮັບໂທດຕາມກົດໝາຍ.

ການເປີດສາຍດ່ວນດັ່ງກ່າວ, ເນື່ອງຈາກເກີດມີຄະດີອະດີດຕຳຫຼວດລະດັບສູງ 2 ຄົນ ຖືກຂໍ້ຫາລັກລອບດຳເນີນກິດຈະການເປີດແຫຼ່ງການພະນັນທີ່ຜິດກົດໝາຍ ທີ່ມີປະລິມານເງິນໝຸນວຽນຫຼາຍຮ້ອຍລ້ານໂດລາສະຫະລັດ ໂດຍສານປະຊາຊົນ ນະຄອນຫຼວງຮ່າໂນ້ຍ ມີຄຳພິພາກສາເມື່ອທ້າຍເດືອນທີ່ຜ່ານມາໃຫ້ຮັບໂທດຕິດຄຸກເປັນເວລາ 10 ປີ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: chinabelaraby.com

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...