spot_img
Homeຂ່າວທ້ອງຖິ່ນອຸໂມງເຊື່ອມລົດໄຟລາວ-ຈີນ "ຫວງຈູ໋ຫຼິນ" ສ້າງສຳເລັດແລ້ວ

ອຸໂມງເຊື່ອມລົດໄຟລາວ-ຈີນ “ຫວງຈູ໋ຫຼິນ” ສ້າງສຳເລັດແລ້ວ

Published on

ສຳນັກຂ່າວຊິນຫົວ ລາຍງານເມື່ອວັນທີ 2 ທັນວາ 2018 ທີ່ຜ່ານມາວ່າ ຈີນໄດ້ປະກາດການກໍ່ສ້າງອຸໂມງຂະໜາດໃຫຍ່ “ຫວງຈູ໋ຫຼິນ” ເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟລະຫວ່າງລາວ-ຈີນ ໄດ້ສ້າງສຳເລັດສົມບູນແລ້ວ.

ໂດຍອຸໂມງນີ້ເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟຈີນ ອີ້ຊີ-ໂມ໋ຮັນ ມີໄລຍະທາງ 508 ກິໂລແມັດ ຖືເປັນໂຄງການທີ່ສຳຄັນຮ່ວມກັນລະຫວ່າງສອງປະເທດ ການກໍ່ສ້າງອຸໂມງນີ້ເລີ່ມຂຶ້ນໃນປີ 2016 ໄດ້ຮັບການສະໜັບສະໜູນຈາກຜູ້ນຳຂອງສອງປະເທດ ເພື່ອເປັນແນວທາງລິເລີ່ມໂຄງການເຊື່ອມຕໍ່ ແລະ ອີກຫຼາຍໂຄງການໃນພາຍຫຼັງ ທັງຍັງຢູ່ພາຍໃຕ້ໂຄງການເສັ້ນທາງສາຍໄໝໃໝ່ອີກດ້ວຍ.

ການສ້າງເສັ້ນທາງລົດໄຟແຫ່ງນີ້ ແບ່ງອອກເປັນ 3 ສ່ວນທີ່ເຈາະຜ່ານພູ 3 ໜ່ວຍ ໃນເມືອງ ຈິນຫົງ ເມື່ອການກໍ່ສ້າງທາງລົດໄຟນີ້ສຳເລັດລົງ ຈະຊ່ວຍຫຼຸດເວລາການເດີນທາງຈາກເມືອງ ຄຸນໝິງ ມົນທົນຢູນນານ ເຖິງເມືອງ ຈິ່ງຫົງ ເຂດສິບສອງພັນນາ ໄດ້ເຖິງປະມານ 3 ຊົ່ວໂມງ ຫາກເສັ້ນທາງລົດໄຟສ້າງສຳເລັດສົມບູນໃນປີ 2021 ຈະເຮັດໃຫ້ລົດໄຟແລ່ນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ໃຊ້ເວລາພຽງເຄິ່ງມື້ຈາກເມືອງ ຄຸນໝິງ ປະເທດຈີນ ໄປຫາ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th ແລະ sanook

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...