spot_img
Homeຂ່າວພາຍ​ໃນຈີນທຸ້ມງົບໝື່ນລ້ານຢວນ ປັ້ນເມືອງໃໝ່ຊາຍແດນລາວ! ຄາດອີກ 10 ປີຈະສ້າງສຳເລັດ

ຈີນທຸ້ມງົບໝື່ນລ້ານຢວນ ປັ້ນເມືອງໃໝ່ຊາຍແດນລາວ! ຄາດອີກ 10 ປີຈະສ້າງສຳເລັດ

Published on

ກຸ່ມນາຍທຶນຈີນ ທຸ້ມງົບນັບໝື່ນລ້ານຢວນ ປັ້ນເມືອງໃໝ່ຊາຍແດນລາວ ຕົ້ນທາງ R3a ຈຸດເຊື່ອມຕໍ່ລົດໄຟຈີນ-ລາວ ຈະສ້າງສຳເລັດໃນປີ 2020 ພ້ອມເປີດຕະຫຼາດເຊິນເຈິ້ນ-ກວາງໂຈວ ດຶງດູດນັກທ່ອງທ່ຽວ.

ຮອງປະທານອຸດສາຫະກຳ-ການຄ້າຈັງຫວັດຊຽງລາຍ, ປະເທດໄທ ເປີດເຜີຍວ່າ ກຸ່ມນາຍທຶນຈີນ “ໄຫ່ເຊິງ” ໄດ້ສຳປະທານຈາກທາງລັດຖະບານ ສປປ ລາວ ພັດທະນາໂຄງການເສດຖະກິດພິເສດບໍ່ເຕັນ ທີ່ຢູ່ຫ່າງຈາກອຳເພີ ຊຽງຂອງ, ຈັງຫວັດຊຽງລາຍ ໄປຕາມທາງຖະໜົນ R3a ປະມານ 254 ກິໂລແມັດ ເປັນໄລຍະເວລາ 90 ປີ ໃນພື້ນທີ່ຂະໜາດ 34.2 ຕາລາງກິໂລແມັດ ຫຼື 21.375 ໄຮ່, ໃຊ້ງົບປະມານ 10.000 ລ້ານຢວນ.

ໂດຍພື້ນທີ່ສຳປະທານຈະຖືກພັດທະນາເປັນ ສູນການຄ້າສິນຄ້າອາຊຽນ, ສູນການຄ້າປອດພາສີ, ສູນສິນຄ້າໂອທ໊ອບ, ສູນການຄ້າຂາຍເຄື່ອງຍ່ອຍ-ຂາຍສົ່ງ, ທີ່ພັກອາໃສ, ຣີສອດ ແລະ ສະໜາມກ໊ອຟ, ສະຖານີລົດໄຟຄວາມໄວສູງ, ສູນຊ້າງ, ສູນແປຮູບສິນຄ້າ-ນະວັດຕະກຳ, ສະຖານີເອັນເຕີເທນເມັນ, ສ້າງຖະໜົນຊຸບເປີໄຮເວຈາກບໍ່ເຕັມ-ສະໜາມບິນຫຼວງນ້ຳທາ ໂດຍໂຄງການມີແຜນຈະສ້າງສຳເລັດສົມບູນພາຍໃນ 10 ປີ ເຊິ່ງໃນຂະນະນີ້ໂຄງການໄດ້ດຳເນີນງານມາເປັນເວລາ 2 ປີແລ້ວ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thaiquote.orgtoday.line.me

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...